ລາວຍັງຕ້ອງປັບປຸງກ່ຽວກັບດັດຊະນີສໍ້ລາດບັງຫຼວງໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ 29 ຄະແນນ ແລະ ຍັງຄົງຢູ່ລະດັບເດີມທີ່ໄດ້ໃນປີ 2017 ກ່ຽວກັບດັດຊະນີຄວາມໂປ່ງໃສດ້ານການສໍ້ລາດບັງຫຼວງສາກົນ 2018 ທີ່ມີການເປີດເຜີຍໃນວັນອັງຄານຜ່ານມານີ້.

ຄະແນນດັດຊະນີດັ່ງກ່າວແມ່ນຈັດລຽງຈາກ 0 ຫາ 100, ເຊິ່ງ 0 ໝາຍເຖິງມີການສໍ້ລາດບັງຫຼວງຫຼາຍທີ່ສຸດ ແລະ 100 ໝາຍເຖິງມີຄວາມໂປ່ງໃສຫຼາຍສຸດ.

ປະເທດລາວທີ່ໄດ້ 29 ຄະແນນນີ້ແມ່ນຕ່ຳກວ່າບັນດາປະເທດສະມາຊິກອາຊຽນສ່ວນໃຫຍ່. ລຽງລຳດັບສູງສຸດຫາຕ່ຳສຸດ, ປະເທດສິງກະໂປເປັນປະເທດທີ່ມີຄວາມໂປ່ງໃສທີ່ສຸດດ້ວຍຄະແນນ 85. ປະເທດບຣູໄນມີຄະແນນ 63, ມາເລເຊຍ 47, ອິນໂດເນເຊຍ 38, ແລະ ຟິລິປິນ 36. ສ່ວນປະເທດໄທກໍໄດ້ຄະແນນ 36 ເຊັ່ນດຽວກັນ ຂະນະທີ່ຫວຽດນາມໄດ້ 33 ຄະແນນ ແລະ ມຽນມາມີຄະແນນສ່ຳດຽວກັບລາວ. ກຳປູເຈຍແມ່ນໄດ້ 20 ຄະແນນ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ