ເຄືອຂ່າຍພາກພື້ນ ເພື່ອສ້າງຄວາມເຂັ້ມແຂງ ດ້ານການກະສິກຳໃນລາວ

ວຽງຈັນ (ວຽງຈັນທາມສ໌) – ກອງປະຊຸມໃນຫົວຂໍ້ “ເຄືອຂ່າຍເພື່ອລະດົມແນວຄິດດ້ານການກະສິກຳ ແລະ ການພັດທະນາຊົນນະບົດ ສຳລັບບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ” ໄດ້ສ້າງເວທີສຳລັບບັນດາປະເທດຜູ້ມີສ່ວນຮ່ວມ ໃນການຫາລືແຜນວຽກຂອງຕົນ.

ກອງປະຊຸມວິຊາການດັ່ງກ່າວ ໄດ້ຈັດຂຶ້ນໃນວັນພຸດນີ້, ພາຍໃຕ້ການເປັນປະທານຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງອຳນວຍການສະຖາບັນຄົ້າຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ແລະ ທ່ານ ຫງວຽນ ທັນ ຕຸງ ຜູ້ຕາງໜ້າກອງທຶນສາກົນເພື່ອການພັດທະນາດ້ານກະສິກຳ (IFAD) ປະຈຳນະຄອນຮ່າໂນ້ຍ, ຫວຽດນາມ.

ອ່ານຕໍ່…

ໂຕະຂ່າວ