ນາຍົກລົງນາມຮັບຮອງດຳລັດວ່າດ້ວຍກອງທຶນ SME

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ໄດ້ອອກດຳລັດນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງກອງທຶນ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ເຊິ່ງຄາດວ່າການແຊກແຊງດັ່ງກ່າວ ຈະຊ່ວຍສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຫົວໜ່ວຍທຸລະກິດ.

ໃນວັນທີ 4 ກັນຍານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະທົນຕີ ໄດ້ລົງນາມຮັບຮອງເອົາດຳລັດວ່າດ້ວຍກອງທຶນສົ່ງເສີມ SME ເພື່ອເພີ່ມທະວີກົງຈັກນິຕິບັນຍັດ ໃນການສະໜັບສະໜູນການຈັດຕັ້ງ ແລະ ການດຳເນີນການຂອງຫົວໜ່ວຍທຸລະກິດ ເພື່ອຂົນຂວາຍການອັດສິດແຫຼ່ງທຶນສຳລັບທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ອີງຕາມດຳລັດທີ່ເຜີຍແຜ່ຜ່ານທາງເວັບໄຊຈົດໝາຍເຫດແຫ່ງຊາດລາວ ເຊິ່ງເປັນໜຶ່ງໃນຊ່ອງທາງຂອງລັດຖະບານ ໃນການເຜີຍແຜ່ແຜນນະໂຍບາຍ, ລະບຽບການ ແລະ ກົດໝາຍຕ່າງໆ, ກອງທຶນ SME ຈະເປັນອົງການຈັດຕັ້ງໜຶ່ງຂອງລັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/lao-pm-signs-sme-fund-decree-104380