ບໍລິສັດພູເບ້ຍມາຍນິ້ງຫວັງຂະຫຍາຍການສຳປະທານຢູ່ແຂວງໄຊສົມບູນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພູເບ້ຍມາຍນິ້ງຈຳກັດ ຫວັງສືບຕໍ່ສັນຍາສຳປະທານໃນການຂຸດຄົ້ນບໍ່ແຮ່ ຢູ່ເມືອງອານຸວົງ ແຂວງໄຊສົມບູນ, ເຊິ່ງຈະສິ້ນສຸດໃນທ້າຍປີ 2021 ນີ້.

ທາງບໍລິສັດໄດ້ສະກັດຕົວຢ່າງຈາກພື້ນທີ່ສຳຫຼວດໃໝ່ເພື່ອນຳມາວິເຄາະ ເຊິ່ງຜົນການວິເຄາະຈະຮູ້ໄດ້ໃນຕົ້ນປີໜ້າ. ຈາກນັ້ນຈະມີການສຶກສາຄວາມເປັນໄປໄດ້ ແລະ ປຶກສາຫາລືກັບກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຄົ້ນຄວ້າຂັ້ນຕອນໃນການດຳເນີນໂຄງການໃນຂັ້ນຕໍ່ໄປ.

ອ່ານຕໍ່…

ສຸກສະໄໝ ບູລົມ
http://annx.asianews.network/content/phu-bia-mining-hoping-extend-concession-xaysomboun-98049