ກຸ່ມບໍລິສັດພົງສະຫວັນ ສະໜັບສະໜູນໂຄງການພັດທະນາຕົວເມືອງທັນສະໄໝໃນນະຄອນຫຼວງວຽງຈັນ

ທ່ານ ໄພບູນ ພົງສະຫວັນ, ປະທານກຸ່ມບໍລິສັດພົງສະຫວັນ ກ່າວວ່າ: ໂຄງຮ່າງຂອງໂຄງການເມືອງສະຫຼາດ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ຈະຖືກກໍ່ສ້າງໃນເນື້ອທີ່ 1,500 ເຮັກຕາ, ໂດຍກຸ່ມບໍລິສັດພົງສະຫວັນ ໄດ້ປະກອບສ່ວນເຂົ້າໃນການອອກແບບ ແລະ ພັດທະນາໂຄງການໃນເນື້ອທີ່ 300 ເຮັກຕາ.

ຕົວເມືອງທັນສະໄໝແຫ່ງນີ້ ຈະນຳໃຊ້ເຕັກໂນໂລຢີເພື່ອສະຫນອງການບໍລິການ ແລະ ແກ້ໄຂບັນຫາຂອງເມືອງເຊັ່ນ: ການປັບປຸງການຂົນສົ່ງ ແລະ ການເຂົ້າເຖິງ, ການປັບປຸງການບໍລິການສັງຄົມ ແລະ ສົ່ງເສີມຄວາມຍືນຍົງ.

ອ່ານເພິ່ມເຕີມ…. 

ໄພບູນ ທະນະບົວສີ