ອົງການ PSI ຈະຊ່ວຍເຫຼືອໃນການປັບປຸງຂະແໜງສາທາລະນະສຸກດ້ວຍທຶນ US$4.9 ລ້ານໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການສາກົນບໍລິການປະຊາຊົນ (PSI) ຈະໃຫ້ທຶນ US$4.9 ລ້ານໂດລາ ເພື່ອຊ່ວຍເຫຼືອລາວໃນການປັບປຸງຂະແໜງສາທາລະນະສຸກ ແຕ່ປີ 2019 ເຖິງ 2020.

ຊຸດການຊ່ວຍເຫຼືອໃໝ່ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ສູນປະຕິບັດການສຸກເສີນດ້ານສາທາລະນະສຸກ ເພື່ອເລັ່ງມືໃນການລຶບລ້າງພະຍາດໄຂ້ປ່າ ແລະ ຮັບມືເຫດສຸກເສີນດ້ານສາທາລະນະສຸກ ໃນ ສປປ ລາວ” ຈະຊ່ວຍເຫຼືອກະຊວງສາທາລະນະສຸກໃນການຮັບປະກັນ ຄວາມສາມາດໃນການກວດກາ ແລະ ຮັບມືກັບເຫດສຸກເສີນດ້ານສາທາລະນະສຸກ, ສະກັດກັ້ນການລະບາດຂອງພະຍາດ (ລວມທັງໄຂ້ປ່າ), ແລະ ຫຼຸດຜ່ອນຜົນກະທົບຂອງພະຍາດຕໍ່ຊຸມຊົນໃຫ້ຫຼາຍທີ່ສຸດ.

ອ່ານຕໍ່…

ເພັດໂພໄຊ ແສງປະເສີດ