ລາວມີແຜນສ້າງກົດບັດການບໍລິການໃໝ່ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມຊາຍແດນ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າມີແຜນນຳໃຊ້ກົດບັດການບໍລິການໃໝ່ ເພື່ອຫຼຸດຜ່ອນໄລຍະເວລາໃນການອະນຸມັດການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຊິ່ງເປັນສ່ວນໜຶ່ງຂອງພາລະກິດການປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນລາວ.

ກົມນຳເຂົ້າ ແລະ ສົ່ງອອກຂອງກະຊວງ ກ່າວໃນບົດລາຍງານສະບັບຫຼ້າສຸດວ່າ ທາງກົມມີແຜນໃນການນຳໃຊ້ກົດບັດການບໍລິການດັ່ງກ່າວພາຍໃນປີນີ້ ເພື່ອໃຫ້ຜູ້ປະກອບການທຸລະກິດ ໄດ້ຮັບປະໂຫຍດຈາກການບໍລິການຈາກກົມທີ່ວ່ອງໄວຂຶ້ນກວ່າເດີມ.

ພາຍໃຕ້ກົດບັດການບໍລິການສະບັບໃໝ່ນີ້, ໜ່ວຍທຸລະກິດຈະສາມາດຂໍອະນຸຍາດເພື່ອການນຳເຂົ້າ ແລະ ສົ່ງອອກຍານພາຫະນະ, ເຊື້ອໄຟ ແລະ ເພັດ ພາຍໃນໜຶ່ງວັນຫຼັງຈາກຍື່ນຄຳຮ້ອງຢ່າງເປັນທາງການ.

ອ່ານຕໍ່…

ເອກະພອນ ພູທອນສີ