ສະພາແຫ່ງຊາດຮຽກຮ້ອງໃຫ້ລັດຖະບານແກ້ໄຂບັນຫາເສດຖະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ວານນີ້ ສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ການຫາລືວິທີການໃນການແກ້ໄຂບັນຫາດ້ານເສດຖະກິດ, ການສະແດງຄວາມກັງວົນຕໍ່ໜີ້ສິນຂອງຊາດທີ່ກຳລັງເພີ່ມພູນ, ການຂາດດູນລາຍຮັບ, ການຫຼຸດລົງຂອງຄັງສຳຮອງເງິນຕາຕ່າງປະເທດ, ກໍຄືການຫຼຸດຜ່ອນການຂະຫຍາຍຕົວຂອງເສດຖະກິດ.

ໃນຂະນະທີ່ຫາລືບົດລາຍງານການພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງລັດຖະບານໃນກອງປະຊາມສະໄໝສາມັນວານນີ້, ສະມາຊິກສະພາໄດ້ຮຽກຮ້ອງໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາປາກທ້ອງຂອງປະຊາຊົນ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ການຫາລືດັ່ງກ່າວກໍເນື່ອງຈາກວ່າປະເທດລາວກຳລັງຜະເຊີນກັບບັນຫາທາງດ້ານເສດຖະກິດ. ເສດຖະກິດຂອງຊາດຍັງບໍ່ທັນເຂັ້ມແຂງຕໍ່ຜົນກະທົບຈາກພາຍນອກ ແລະ ຕ້ອງມີທັດສະນະການເມືອງທີ່ເຂັ້ມແຂງໃນການແກ້ໄຂບັນຫາດັ່ງກ່າວ.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/lao-assembly-calls-gov%E2%80%99t-address-economic-issues-98045