LXML ມອບວັດຖຸບູຮານທີ່ຄົ້ນພົບຢູ່ບໍ່ຄຳເຊໂປນ ໃຫ້ແກ່ລັດຖະບານ

ມື້ນີ້ ບໍລິສັດລ້ານຊານມິເນີໂຣ ເຊໂປນ ຈຳກັດ (LXML) ໄດ້ມອບວັດຖຸບູຮານ 7,800 ກວ່າຊິ້ນ ໃຫ້ແກ່ລັດຖະບານລາວ. ວັດຖຸບູຮານເຫຼົ່ານີ້ ແມ່ນເຮັດດ້ວຍທອງແດງ, ທອງເຫຼືອງ, ໂມລາ, ເຄື່ອງປັ້ນດິນເຜົາ, ໄມ້ ແລະ ອື່ນໆ ໄດ້ມີການຄົ້ນພົບໃນເໝືອງຄຳເຊໂປນ. ນີ້ແມ່ນໜຶ່ງໃນຜົນການສະໜັບສະໜູນລັດຖະບານລາວຂອງບໍລິສັດ ໃນການຄົ້ນຄວ້າດ້ານບູຮານຄະດີ ແລະ ການອະນຸລັກມໍລະດົກທາງວັດທະນະທຳ.
…
ພາຍຫຼັງການມອບຮັບ, ວັດຖຸບູຮານເຫຼົ່ານີ້ຈະໄດ້ນຳໄປຈັດສະແດງຢູ່ທີ່ຫໍພິພິດຕະພັນແຫ່ງຊາດ (828 ຊິ້ນ), ພິພິດຕະພັນແຂວງສະຫວັນນະເຂດ (409 ຊິ້ນ), ແລະ ຫໍວັດທະນະທຳເມືອງວິລະບູລີ (6,644 ຊິ້ນ).
Laotian Times
https://laotiantimes.com/2019/09/24/lxml-handover-artefacts-discovered-in-sepon-mine-to-government/