ລາວຊະນະການຟ້ອງຮ້ອງນັກລົງທຶນຕ່າງຊາດໃນການໄກ່ເກ່ຍຄະດີສະຖານກາຊີໂນ

ລາວຊະນະນັກລົງທຶນຕ່າງຊາດໃນການໄກ່ເກ່ຍຄະດີຂອງສານສາກົນ ກ່ຽວກັບອຸດສາຫະກຳກາຊີໂນ.

ສານສູນແກ້ໄຂຂໍ້ຂັດແຍ່ງດ້ານການລົງທຶນສາກົນ (ICSID) ໄດ້ຕັດສິນຄະດີທີ່ຍື່ນຟ້ອງໂດຍບໍລິສັດ Lao Holdings NV (LHNV) ຂອງເນເທີແລນ ທີ່ຟ້ອງຮ້ອງລັດຖະບານລາວ ໂດຍກ່າວຫາວ່າລາວລະເມີດສັນຍາການລົງທຶນພາຄີລະຫວ່າງເນທີແລນ ແລະ ລາວ.

ທາງສານກ່າວວ່າ ບໍລິສັດ LHNV “ບໍ່ມີນ້ຳໜັກພໍໃນການພິສູດ” ສຳລັບຄະດີດັ່ງກ່າວ ແລະ ສັ່ງໃຫ້ບໍລິສັດຈ່າຍເງິນເພີ່ມເຕີມໃຫ້ແກ່ລັດຖະບານລາວຈຳນວນ 481,623 ໂດລາ ເພື່ອເປັນສ່ວນເພີ່ມເຕີມຂອງເງິນລ່ວງໜ່້າຂອງລັດຖະບານໃຫ້ແກ່ກອງທຶນ ICSID.

ອ່ານຕໍ່…

The Laotian Times
https://laotiantimes.com/2019/08/23/laos-wins-case-against-foreign-investors-in-casino-arbitration/