ການຄ້າລະຫວ່າງລາວ-ຫວຽດນາມຕັ້ງເປົ້າຂາດດູນຫຼຸດລົງເຫຼືອ US$227 ລ້ານໂດລາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຕັ້ງເປົ້າຫຼຸດຜ່ອນການຂາດດູນດ້ານການຄ້າກບຫວຽດນາມໃຫ້ເຫຼືອປະມານ US$227 ລ້ານໂດລາໃນປີນີ້, ເຊິ່ງລາວຈະຜະລິດສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ.

ມູນຄ່າສິນຄ້ານຳເຂົ້າຈາກຫວຽດນາມມາລາວ ແມ່ນຄາດວ່າຈະຢູ່ໃນລະດັບ US$985.3 ລ້ານໂດລາ, ແລະ ລາວມີແຜນບັນລຸເປົ້າໝາຍການສົ່ງອອກໃຫ້ໄດ້ US$757.9 ລ້ານໂດລາ, ຕາມກະຊວງອຸດສາຫະກຳ ແລະ ການຄ້າ.

ໃນປີຜ່ານມາລາວຜະເຊີນກັບການຂາດດູນທາງການຄ້າກັບຫວຽດນາມ ມູນຄ່າ US$496.2 ລ້ານໂດລາ, ເຊິ່ງມີສິນຄ້ານຳເຂົ້າມູນຄ່າ US$1,381.5 ລ້ານໂດລາ ແລະ ສິນຄ້າສົ່ງອອກແມ່ນ US$885.3 ໂດລາ.

ອ່ານຕໍ່…

ໂຕະຂ່າວ