ລາວ, ສະຫະປະຊາຊາດ ສະເຫຼີມສະຫຼອງວັນອາຫານໂລກ, ພາລະກິດລຶບລ້າງຄວາມທຸກຍາກ

ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການສະຫະປະຊາຊາດປະຈຳລາວ ໄດ້ເລີ່ມກິດຈະກຳເພື່ອສະເຫຼີມສະຫຼອງວັນອາຫານໂລກ ແລະ ວັນສາກົນ ແລະ ອາທິດແຫ່ງຊາດວ່າດ້ວຍການລຶບລ້າງຄວາມທຸກຍາກ ທີ່ສູນການຄ້າລາວ-ໄອເຕັກ.

ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ຮ່ວມສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວ ເພື່ອປະກອບສ່ວນໃນພາລະກິດໂລກເພື່ອລຶບລ້າງຄວາມອຶດຫິວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ,​ ປັບປຸງດ້ານໂພຊະນາການ, ແລະ ສົ່ງເສີມການກະສິກຳແບບຍືນຍົງພາຍໃນປີ 2030.

ອ່ານຕໍ່…

ອຸ່ນຄຳ ພິມມະຕະ