ລັດຖະບານຈະຫຼຸດຜ່ອນການພັດທະນາເສດຖະກິດທີ່ອີງໃສ່ຊັບພະຍາກອນທຳມະຊາດເປັນຫຼັກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຖະແຫຼງວ່າຈະຫຼຸດຜ່ອນການເອື່ອຍອີງໃສ່ຊັບພະຍາກອນທຳມະຊາດເກີນຈຳເປັນ ໃນການພັດທະນາເສດຖະກິດ ເຖິງຈະເຮັດໃຫ້ການຂະຫຍາຍຕົວຊັກຊ້າລົງ.

ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວວ່າເຖິງວ່າເສດຖະກິດຂອງລາວຈະຂະຫຍາຍຕົວໃນອັດຕາ 6.5 ເປີເຊັນໃນປີນີ້, ລາວກໍຍັງຄົງອີງໃສ່ຂະແໜງພະລັງງານ ແລະ ບໍ່ແຮ່ຫຼາຍເກີນໄປ.

ນອກຈາກນີ້ ທຶນກູ້ຢືມຈາກຕ່າງປະເທດສຳລັບໂຄງການພັດທະນາພື້ນຖານໂຄງລ່າງທີ່ຄາດວ່າຈະໃຫ້ຜົນຕອບແທນທາງເສດຖະກິດຕ່ຳ ຈະຕ້ອງຖືກຈຳກັດ.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/laos-reduce-economic-overreliance-natural-resources-98313