ລາວຈະເພີ່ມທະວີການຄ້າພະລັງງານກັບຫວຽດນາມສູ່ລະດັບສູງສຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີເປົ້າໝາຍເພີ່ມທະວີການຄ້າຂາຍໄຟຟ້າກັບປະເທດຫວຽດນາມແບບປີຕໍ່ປີ ຫຼັງຈາກທີ່ສອງຝ່າຍໄດ້ບັນລຸຂໍ້ຕົກລົງໃນການພັດທະນາໂຄງການພະລັງງານ ແລະ ບໍ່ແຮ່, ແລະ ສັນຍາກາຍຊື້ຂາຍໄຟຟ້າໃນຕົ້ນປີນີ້.

ການສົ່ງອອກໄຟຟ້າໃຫ້ແກ່ຫວຽດນາມຈະລວມເອົາພະລັງງານໄຟຟ້າຈາກໂຄງການຜະລິດໄຟຟ້າພາຍໃຕ້ການລົງທຶນຂອງຫວຽດນາມ ກໍຄືບໍລິສັດພັດທະນາພະລັງງານອື່ນໆໃນລາວ.

ຂໍ້ຕົກລົງການຮ່ວມມືພາຄີໃນການພັດທະນາໂຄງການພະລັງງານ ແລະ ບໍ່ແຮ ແມ່ນໜຶ່ງໃນບັນດາຂໍ້ຕົກລົງທີ່ໄດ້ຜ່ານການລົງນາມໃນກອງປະຊຸມຄະນະກຳມະການຮ່ວມລັດຖະບານ ລາວ-ຫວຽດນາມ ຄັ້ງທີ 40 ທີ່ປະເທດຫວຽດນາມໃນປີນີ້.

ອ່ານຕໍ່…

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-maximise-energy-trade-vietnam-102440