ລາວ-ໄທ ປະຊຸມປຶກສາຫາລືໂຄງການທາງລົດໄຟເຊື່ອມຕໍ່ວຽງຈັນ ແລະ ໜອງຄາຍ

ໃນ​ອາທິດ​ຜ່ານ​ມາ, ທ່ານ ວຽງ​ສະ​ຫວັດ ສີ​ພັນ​ດອນ, ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂອງ​ລາວ ​ໄດ້​ພົບ​ປະ​ກັບ​ທ່ານ ສັກ​ຊະຍາມ ຊິດຊອບ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຂອງ​ໄທ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ພັດທະນາ​ໂຄງການ.

ນີ້​ແມ່ນ​ພາຍຫຼັງ​ທີ່​ກົມ​ຂົນ​ສົ່ງ​ທາງ​ລົດ​ໄຟ​ຂອງ​ໄທ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ທາງ​ລົດ​ໄຟ​ທີ່​ຈະ​ເຊື່ອມ​ຕໍ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ກັບ​ແຂວງ​ໜອງ​ຄາຍ​ຂອງ​ໄທ ​ແລະ​ ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ. ການສົນທະນາໄດ້ກວມເອົາຫຼາຍຫົວຂໍ້ຕົ້ນຕໍເຊັ່ນ: ການເຊື່ອມຕໍ່ຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ, ຄວາມເປັນໄປໄດ້ໃນການນຳໃຊ້ຂົວເກົ່າ, ການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ແລະ ຂອບເຂດຂອງໂຄງການ.

ອ່ານເພິ່ມເຕີມ…

ພອນທຳ ວິຊັບລະ