ລາວ, ໄທຮຽກຮ້ອງໃຫ້ມີການສ້າງຂົວມິດຕະພາບອີກສອງແຫ່ງ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງຝ່າຍລາວ ແລະ ໄທ ຊຸກຍູ້ໃຫ້ມີການກໍ່ສ້າງຂົວຂ້າມແມ່ນ້ຳຂອງຕື່ມອີກສອງແຫ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງປະຊາຊົນສອງຊາດ.

ທ່ານ (ປອ) ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ອາຄົມ ເທີມພິທະຍະໄພສິດ ລັດຖະມົນຕີຝ່າຍໄທ ໄດ້ຈັດການໂອ້ລົມຫາລືເພື່ອບັນລຸຂໍ້ຕົກລົງກ່ຽວກັບວິທີທາງໃນຕໍ່ໜ້າ ທີ່ຈັງຫວັດໜອງຄາຍປະເທດໄທ ໃນວັນຈັນຜ່ານມາ.

ສອງຝ່າຍໄດ້ສຳເລັດຮ່າງຂໍ້ຕົກລົງກ່ຽວກັບການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີຫ້າ ເພື່ອເຊື່ອມຕໍ່ແຂວງບໍລິຄຳໄຊຂອງລາວກັບຈັງຫວັດບຶງການຂອງໄທ.

ອ່ານຕໍ່…

 

ສຸກສາຄອນ ແຫວນແກ້ວ