ລາວສັນຍາຈະສົ່ງເສີມການຜະລິດກະສິກຳເພື່ອທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຈັດຕັ້ງຄະນະກຳມະການສົ່ງເສີມປະສິດທະພາບຂອງການຜະລິດກະສິກຳ ເພື່ອຕອບສະໜອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ໃນຂະນະດຽວກັນກໍ່ຈະຈັດການກັບການນຳເຂົ້າສິນຄ້າທີ່ບໍ່ຖືກຕາມລະບຽບກົດໝາຍໃນເຂດຊາຍແດນ.

ລັດຖະບານຍັງຈະມີການກວດກາສິນຄ້າກະເສດທີ່ນຳເຂົ້າຈາກປະເທດເພື່ອນບ້ານ ວ່າຈະສາມາດຜະລິດຢູ່ພາຍໃນປະເທດຫຼືບໍ່ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ການນຳເຂົ້າສິນຄ້າເກີນຄວາມຈຳເປັນ.

ນີ້ກໍເນື່ອງຈາກວ່າ ໃນປະຈຸບັນປະເທດລາວມີການຂາດດູນການຄ້າເພີ່ມຂຶ້ນ ທ່າມກາງການເໜັງຕີງຂອງອັດຕາແລກປ່ຽນ, ສົ່ງຜົນໃຫ້ຄັງສຳຮອງເງິນຕາຕ່າງປະເທດນັບມື້ນັບຫຼຸດລົງ.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/laos-pledges-boost-commercial-farm-production-102904