ລາວຫຼຸດຜ່ອນຄາດໝາຍມູນຄ່າການຄ້າກັບເກົາຫຼີໃຕ້

ວຽງຈັນ (ວຽງຈັນທາມສ໌/ANN) – ລາວໄດ້ປັບຫຼຸດລະດັບຄາດໝາຍມູນຄ່າການຄ້າ ເຊິ່ງລວມທັງການນຳເຂົ້າ ແລະ ສົ່ງອອກສິນຄ້າກັບເກົາຫຼີໃຕ້ໃນປີນີ້ເມື່ອທຽບກັບມູນຄ່າປີກາຍ ຫຼັງຈາກມູນຄ່າການຄ້າປະຈຳປີລະຫວ່າງສອງປະເທດຫຼຸດລົງ.

ໃນປີຜ່ານມາ, ເປົ້າໝາຍການຄ້າລະຫວ່າງສອງປະເທດແມ່ນ US$94.1 ລ້ານໂດລາ ເຊິ່ງໃນນີ້ມູນຄ່າການສົ່ງອອກແມ່ນ US$11.2 ລ້ານໂດລາ ແລະ ການນຳເຂົ້າແມ່ນ US$82.9 ລ້ານໂດລາ. ແຕ່ໃນຕົວຈິງ ສາມາດບັນລຸມູນຄ່າລວມໄດ້ພຽງແຕ່ US$69.6 ລ້ານໂດລາ, ເຊິ່ງມູນຄ່າການສົ່ງອອກມີ US$4.5 ແລະ ການນຳເຂົ້າແມ່ນ US$65.1 ລ້ານໂດລາ, ອີງຕາມກະຊວງອຸດສາຫະກຳ ແລະ ການຄ້າ.

ອ່ານຕໍ່…

ໂຕະຂ່າວ