ອັດຕາເງິນເຟີ້ຂອງລາວເພີ່ມຂຶ້ນເປັນ 3% ໃນເດືອນກໍລະກົດ

ວຽງຈັນ (ວຽງຈັນທາມສ໌/ANN) – ຕົວເລກດັດສະນີລາຄາຜູ້ບໍລິໂພກ (CPI) ຂອງລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຖິງວ່າລັດຖະບານໄດ້ເພີ່ມມາດຕະການເພື່ອຈັດການກັບລາຄາສິນຄ້າໃນທ້ອງຕະຫຼາດທີ່ເພີ່ມສູງຂຶ້ນ.

ຕາມຂໍ້ມູນຈາກສູນສະຖິຕິແຫ່ງຊາດ, ຄ່າ CPI ໄດ້ແຕະລະດັບ 107.64 ຈຸດໃນເດືອນກໍລະກົດ, ເຮັດໃຫ້ອັດຕາເງິນເຟີ້ປະຈຳປີເພີ້ມເປັນ 3 ເປີເຊັນທຽບກັບໄລຍະດຽວກັນຂອງປີຜ່ານມາ.

ເງິນເຟີ້ຂອງລາວມີການເພີ່ມຂຶ້ນມາຕັ້ງແຕ່ເດືອນມິນາຂອງປີນີ້, ເຊິ່ງໄດ້ຮັບຜົນກະທົບຈາກປັດໄຈທີ່ກ່ຽວຂ້ອງກັບໄພທຳມະຊາດເຊັ່ນ ໄພນ້ຳຖ້ວມ ແລະ ແຫ້ງແລ້ງ ແລະ ການລະບາດຂອງສັດຕູພືດ ແລະ ພະຍາດ, ເຊິ່ງທຳລາຍພືດພັນເຄື່ອງປູກ ແລະ ທຳລາຍສັດລ້ຽງ. ເຊິ່ງສົ່ງຜົນໃຫ້ເກີດການຂາດແຄນໃນການການສະໜອງສະບຽງອາຫານຕົ້ນຕໍບາງປະເພດ, ແລະ ຄວາມຕ້ອງການຂອງຕະຫຼາດເຮັດໃຫ້ລາຄາສິນຄ້າເພີ່ມສູງຂຶ້ນ.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/inflation-rate-jumps-3-july-102115