ການຄ້າຂອງລາວໃນຊ່ວງເຄິ່ງປີທຳອິດມີແນວໂນ້ມເກີນດູນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວມີທ່າອ່ຽງຈະສ້າງຜົນກຳໄລຈາກການຄ້າປະມານ US$121 ລ້ານໂດລາ ສຳລັບຊ່ວງຫົກເດືອນທຳອິດຂອງປີນີ້ ເຖິງວ່າລັດຖະບານໄດ້ຄາດຄະເນວ່າລາວຈະຂາດດູນການຄ້າ ປະມານ US$259 ລ້ານໂດລາສຳລັບປີ 2019.

ຄາດຄະເນການສົ່ງອອກສຳລັບຊ່ວງຫົກເດືອນຕົ້ນປີແມ່ນປະມານ US$2,409 ລ້ານໂດລາ ຫຼື 55.2 ເປີເຊັນຂອງແຜນການປະຈຳປີ (US$5,516 ລ້ານໂດລາ) ເຊິ່ງໃນນັ້ນການນຳເຂົ້າແມ່ນຢູ່ທີ່ US$2,288 ລ້ານໂດລາ ຫຼືປະມານ 39.6 ເປີເຊັນຂອງແຜນປີ (US$5,775 ລ້ານໂດລາ), ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນໃນອາທິດແລ້ວນີ້.

ອ່ານຕໍ່…

 

ໂຕະຂ່າວ
http://annx.asianews.network/content/laos-heading-half-year-trade-surplus-99327