ລັດຖະບານເປີດໄຟຂຽວສຳລັບໂຄງການກໍສ້າງສວນວັດທະນະທຳ ແລະ ທ່ອງທ່ຽວວຽງຈັນ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດພັດທະນາສວນວັດທະນະທຳລ້ານຊ້າງຈຳກັດ, ເຊິ່ງເປັນບໍລິສັດລົງທຶນຂອງເອກະຊົນໃນວຽງຈັນ, ໄດ້ຮັບການຄັດເລືອກຈາກລັດຖະບານໃນການພັດທະນາພື້ນທີ່ 88 ເຮັກຕາໃຫ້ເປັນສວນວັດທະນະທຳ, ພຶກສາ ແລະ ພັກຜ່ອນແຫ່ງໃໝ່ໃນນະຄອນຫຼວງວຽງຈັນ.

ຜູ້ຮັບເໝົາໂຄງການຕັ້ງເປົ້າລົງທຶນເບື້ອງຕົ້ນ US$80 ລ້ານໂດລາ ສຳລັບສາມໄລຍະຂອງການພັດທະນາພື້ນທີ່, ເຊິ່ງລວມມີ ສວນວັດທະນະທຳ ແລະ ພັກຜ່ອນ, ສວນພຶກສາ ແລະ ສວນສັດ, ສູນການຄ້າ ແລະ ໂຮງແຮມ, ແລະ ສິ່ງອຳນວນຄວາມສະດວກດ້ານທີ່ຢູ່ອາໄສ ແລະ ການພັດທະນາພື້ນຖານໂຄງລ່າງ.

ອ່ານຕໍ່…

ໂຕະຂ່າວ