ທ່າອ່ຽງດ້ານເສດຖະກິດຂອງລາວຍັງຄົງສົດໃສ: ອົງການ IMF

ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນການເງິນສາກົນ (IMF) ຄາດວ່າທ່າອ່ຽງການຂະຫຍາຍຕົວດ້ານເສດຖະກິດຂອງລາວມີແນວໂນ້ມທີ່ດີໃນຊຸມປີຕໍ່ໜ້າ ເຖິງຈະຜະເຊີນກັບຂໍ້ຫຍຸ້ງຍາກໃນປະຈຸບັນ. 

ສະຖານບັນການເງິນສາກົນໄດ້ເປີດເຜີຍຕົວເລກຄາດຄະເນເສດຖະກິດໃນອາທິດແລ້ວນີ້ ເຊິ່ງເປັນສ່ວນໜຶ່ງຂອງການປະຊຸມຫາລືກັບປະເທດສະມາຊິກຕາມມາດຕາ 4 (Article 4 Consultation) ກ່ຽວກັບພາລະກິດຂອງ ສປປ ລາວ, ເຊິ່ງຈັດຂຶ້ນຢູ່ວຽງຈັນໃນເດືອນພຶດສະພານີ້.

ການຄາດຄະເນສະແດງໃຫ້ເຫັນວ່າ ການລົງທຶນຂອງຂະແໜງເອກະຊົນຢ່າງຕໍ່ເນື່ອງ, ການເພີ່ມຂຶ້ນຂອງການສົ່ງອອກກະແສໄຟຟ້າ ແລະ ການສຳເລັດໂຄງການເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດໃຫ້ໄປເຖິງ 7 ເປີເຊັນໃນໄລຍະກາງ.

ອ່ານຕໍ່…

 

ເອກະພອນ ພູທອນສີ
http://annx.asianews.network/content/laos%E2%80%99-economic-prospects-remain-bright-imf-102035