ການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວບໍ່ໄດ້ຊ່ວຍຫຼຸດຜ່ອນຄວາມທຸກຍາກ

ວຽງຈັນ (ວຽງຈັນທາມສ໌/ANN) – ອັດຕາການຂະຫຍາຍຕົວດ້ານເສດຖະກິດຂອງລາວແມ່ນມີສູງທຽບກັບປະເທດເພື່ອນບ້ານ ແລະ ບັນດາປະເທດໃນພາກພື້ນ,​ ແຕ່ວ່າສິ່ງນີ້ບໍ່ໄດ້ເຮັດໃຫ້ຄວາມທຸກຍາກພາຍໃນປະເທດຫຼຸດຜ່ອນລົງ.

ອັດຕາການຂະຫຍາຍຕົວຂອງເສດຖະກິດລາວແຕ່ປີ 2005 ເຖິງ 2018 ສະເລ່ຍແມ່ນປະມານ 7.66% ຕໍ່ປີ, ໃນຂະນະທີ່ປະເທດໄທມີພຽງ 3.27%, ຫວຽດນາມ 6.11% ແລະ ກຳປູເຈຍ 6.60%, ຕາມບົດລາຍງາຍຈາກສູນຄົ້ນຄວ້ານະໂຍບາຍເສດຖະກິດມະຫາພາກ ແລະ ການຟື້ນຟູເສດຖະກິດ (CMER) ພາຍໃຕ້ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NEIR).

ອ່ານຕໍ່…

ໂຕະຂ່າວ