ລາວ, ຈີນ ລົງນາມຂໍ້ຕົກລົງໃນການພັດທະນາບຸກຄະລາກອນດ້ານການທ່ອງທ່ຽວ

ຢຸນນານ, ປະເທດຈີນ (ວຽງຈັນທາມສ໌/ANN) – ສະຖາບັນວັດທະນະທຳ ແລະ ທ່ອງທ່ຽວ ສື່ມວນຊົນລາວ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບວິທະຍາໄລການທ່ອງທ່ຽວຢູນນານ ປະເທດຈີນ ເພື່ອສືບຕໍ່ພັດທະນາບຸກຄະລາກອນດ້ານການທ່ອງທ່ຽວ. ຂໍ້ຕົກລົງດັ່ງກ່າວໄດ້ຮັບການລົງນາມໃນພິທີແລກປ່ຽນ ແລະ ຮ່ວມມືດ້ານການສຶກສາ ຢຸນນານ-ອາຊີໃຕ້-ອາຊິຕາເວັນອອກສຽງໃຕ້ ທີ່ແຂວງຢຸນນານ ຄັ້ງວັນທີ 11 ມິຖຸນານີ້.

ຄະນະຜູ້ແທນລາວນຳໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມເຈົ້າໜ້າທີ່ສະຖາບັັນສື່ມວນຊົນລາວ ໄດ້ເຂົ້າຮ່ວມໃນພິທີດັ່ງກ່າວຕາມຄຳເຊື້ອເຊີນຈາກຢຸນນານ.

ອ່ານຕໍ່…

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-china-sign-pact-develop-human-resources-tourism-98383