ລາວ, ຈີນຫາລືການພັດທະນາເສດຖະກິດດິຈິຕອລ໌

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລາວ ແລະ ຈີນ, ນັກຄົ້ນຄວ້າ ແລະ ຫົວໜ່ວຍທຸລະກິດຕ່າງໆໄດ້ມີການລວມຕົວກັນທີ່ນະຄອນຫຼວງວຽງຈັນວານນີ້ ເພື່ອຫາລືກ່ຽວກັບການພັດທະນາເສດຖະກິດແບບດິຈິຕອລ໌, ໂດຍການນຳໃຊ້ຂໍ້ມູນ big data ໃນການທ່ອງທ່ຽວ ແລະ ເສີມຂະຫຍາຍຄວາມສາມາດໃນການຮັບມືກັບເຫດສຸກເສີນ.

ກອງປະຊຸມສຳມະນາໃນຫົວຂໍ້ “ຄວາມສຳຄັນຂອງການພັດທະນາເສດຖະກິດຍຸກດິຈິຕອລ໌, ປະສົບການ ແລະ ບົດຮຽນຈາກຈີນ, ການນຳໃຊ້  Big Data ໃນອຸດສາຫະກຳການທ່ອງທ່ຽວ ແລະ ການເສີມຂະຫຍາຍຄວາມສາມາດໃນການຮັບມືກັບເຫດສຸກເສີນ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມ” ໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/laos-china-discuss-development-digital-economy-97922