ລາວ, ຫວຽດນາມຮັດແໜ້ນການຮ່ວມມືດ້ານວິທະຍາສາດ

ລາວ ແລະ ຫວຽດນາມໄດ້ຕົກລົງສືບຕໍ່ການຮ່ວມມືໃນຂະແໜງວິທະຍາສາດ ແລະ ເທັກໂນໂລຢີ ໂດຍການແບ່ງປັນຜົນງານການຄົ້ນຄວ້າໃນມະຫາວິທະຍາໄລ ເພື່ອສົ່ງເສີມຂະແໜງການຄົ້ນຄວ້າວິໄຈຂອງສອງປະເທດ.

ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ຮັບການລົງນາມທີ່ວຽງຈັນໃນວັນສຸກແລ້ວນີ້ ລະຫວ່າງທ່ານ ປອ ຄຳເພັດ ວົງດາຣາ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ພາຍໃຕ້ກະຊວງວິທະຍາສາດ ແລະ ເທັກໂນໂລຢີ ແລະ ທ່ານ ຮສ.ປອ ຫງວຽນ ວັນຄັງ ຮອງປະທານມະຫາວິທະຍາໄລວິທະຍາສາດ ແລະ ເທັກໂນໂລຢີຮ່າໂນ້ຍ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌