ງານວາງສະແດງສິນຄ້າທອບ 3 ເອັກສ໌ໂປ 2019 ເປີດສາກວາງສະແດງສິນຄ້າເທັກໂນໂລຢີ, ສະຖາປັດຕະຍະກຳ ແລະ ວິສະວະກຳ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າລາວທອບ 3 ເອັກສ໌ໂປ 2019 ເຊິ່ງເປັນງານວາງສະແດງສິນຄ້າທີ່ໃຫຍ່ລະດັບປະເທດ, ໄດ້ເລີ່ມຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວານນີ້ ເພື່ອວາງສະແດງສິນຄ້າກ່ຽວກັບການກໍ່ສ້າງ, ສະຖາປັດ, ນ້ຳປະປາ, ອາຫານ ແລະ ເຄື່ອງດື່ມ ແລະ ການຄ້າ.

ເຂົ້າຮ່ວມໃນພິທີເປີດງານວາງສະແດງມີທ່ານ ປອ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວຽງສະຫວັນ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາ, ທ່ານ ພານທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍເອກອັກຄະລັດຖະທູດ, ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/lao-top-3-expo-2019-showcases-technology-architecture-and-engineering-products-98860