ນັກສຶກສາລາວໄດ້ແຮງບັນດານໃຈຈາກງານວາງສະແດງກ່ຽວກັບການສຶກສາອອສ໌ເຕຣເລຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານອອສ໌ເຕຣເລຍເປີດໂອກາດໃຫ້ນັກສຶກສາລາວຫຼາຍຮ້ອຍຄົນ ໃນການພົບປະກັບຕົວແທນຈາກມະຫາວິທະຍາໄລຈາກອອສ໌ເຕຣເລຍ ໃນງານວາງສະແດງການສຶກສາອອສ໌ເຕຣເລຍ ທີ່ວຽງຈັນ ແລະ ຮຽນຮູ້ກ່ຽວກັບວ່າເປັນຫຍັງ ອອສ໌ເຕຣເລຍ ຈຶ່ງເປັນໜຶ່ງໃນສາມປະເທດຕົວເລືອກຍອດນິຍົມຂອງບັນດານັກສຶກສາຕ່າງປະເທດທົ່ວໂລກ.

ອອສ໌ເຕຣເລຍ ມີມະຫາວິທະຍາໄລເຈັດແຫ່ງທີ່ຕິດອັນດັບໜຶ່ງໃນຮ້ອຍຂອງມະຫາວິທະຍາໄລທົ່ວໂລກ ຄື ມະຫາວິທະຍາໄລເມວເບີນ, ຊິດນີ, ຄວີນສ໌ແລນ, ອະດິເລດ, ນິວເຊົາເວວສ໌, ມະຫາວິທະຍາໄລແຫ່ງຊາດອອສ໌ເຕຣເລຍ ແລະ ມະຫາວິທະຍາໄລໂມນາສ໌. ເຈັດມະຫາວິທະຍາໄລຊື່ດັງນີ້ ລວມເຖິງມະຫາວິທະຍາໄລອື່ນອີກເຈັດແຫ່ງ ໄດ້ເຂົ້າຮ່ວມໃນງານວາງສະແດງດັ່ງກ່າວ, ຕາມບົດຂ່າວຈາກສະຖານທູດອອສ໌ເຕຣເລຍປະຈຳ ສປປ ລາວ.

ເບິ່ງ www.australiaawardslaos.org ກ່ຽວກັບລາຍລະອຽດການສະໝັກ.

ອ່ານຕໍ່…

ໂຕະຂ່າວ