ບໍລິສັດລາວ, ເກົາຫຼີໃຕ້ ຮ່ວມມືໃນການຄົ້ນຄວ້າວິທີແກ້ໄຂບັນຫາກ່ຽວກັບ ICT

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດ Gentop ຈຳກັດ ຜູ້ຊ່ຽວຊານ ແລະ ມີປະສົບການກ່ຽວກັບກ້ອງວົງຈອນປິດ, ລະບົບຄວບຄຸມການຈອດລົດ ແລະ ການຝຶກອົບຮົມໃຫ້ແກ່ຂະແໜງການຂອງລັດຖະບານເກົາຫຼີ ຈະຮ່ວມມືໃນການດຳເນີນໂຄງການພິເສດ ກັບບໍລິສັດການລົງທຶນພັດທະນາ ແລະກໍ່ສ້າງເອເຊຍຈຳກັດຜູ້ດຽວ (AIDC) ຂອງລາວ.

ສອງບໍລິສັດ ມີແຜນຮ່ວມມືກັນໃນຂະແໜງການກໍ່ສ້າງ, ວິສະວະກຳຂົວທາງ, ພະລັງງານ, ໂທລະຄົມມະນາຄົມ ແລະ ອຸປະກອນຊ່ຽວຊານ ພາຍໃຕ້ແຜນການຂະຫຍາຍການປະຕິບັດການ.

ເພື່ອເປັນສ່ວນໜຶ່ງຂອງການຮ່ວມມືໃນຄັ້ງນີ້ ໃນວັນສຸກຜ່ານມາ ບໍລິສັດ Gentop ໄດ້ສະໜອງລະບົບກ້ອງ CCTV ມູນຄ່າ S$20,000 ໃຫ້ແກ່ບໍລິສັດ AlDC  ເພື່ອທົດລອງນຳໃຊ້ໃນນະຄອນຫຼວງວຽງຈັນ.

ອ່ານຕໍ່…

ສຸກສະໄໝ ບູລົມ