ບໍລິສັດໄຟຟ້າລາວ,​ ໄທ ຕົກລົງກ່ຽວກັບອັດຕາຄ່າໄຟຟ້າໃໝ່

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດໄຟຟ້າລາວ (EDL)  ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ຕົກລົງກ່ຽວກັບອັດຕາພາສີໄຟຟ້າ ເຊິ່ງຈະເລີ່ມນຳໃຊ້ລະຫວ່າງສອງອົງກອນໃນຕົ້ນເດືອນໜ້າ.

ຕາມຂໍ້ຕົກລົງການຈັດຊື້ພະລັງງານສະບັບໃໝ່ (PPA), ເຊິ່ງສອງອົງກອນຈະຈັດຕັ້ງປະຕິບັດນັບແຕ່ວັນທີ 1 ເມສານີ້, EGAT ຕົກລົງຊື້ໄຟຟ້າຈາກ EDL ໃນອັດຕາ 1.8 ບາດຕໍ່ກິໂລວັດໂມງ (ຫົວໜ່ວຍ) ໃນຊົ່ວໂມງທີ່ມີການນຳໃຊ້ສູງ ແລະ 1.53 ບາດຕໍ່ຫົວໜ່ວຍໃນຊົ່ວໂມງທີ່ມີການນຳໃຊ້ປົກກະຕິ, ຕາມໜັງສືພິມບາງກອກໂພສ໌ອອນໄລ ໃນອາທິດນີ້.

ອ່ານຕໍ່…

ເອກະພອນ ພູທອນສີ