ລັດຖະບານສັນຍາຈະຍົກລະດັບສິ່ງອຳນວຍຄວາມສະດວກເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫຼາຍຂຶ້ນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານສັນຍາຈະພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວຫ້າແຫ່ງໃນແຕ່ລະແຂວງ ກໍຄືການປັບປຸງຖະໜົນໃນການເຂົ້າເຖິງ ແລະ ສີ່ງອຳນວຍຄວາມສະດວກຕ່າງໆພາຍໃນປີໜ້າ ເພື່ອຫວັງດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ.

ນີ້ແມ່ນຄຳເຫັນຂອງທ່ານ ສຈ ປອ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນພິທີເປີດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດວານນີ້.

ທ່ານລັດຖະມົນຕີກ່າວວ່າ ລັດຖະບານຈະຊຸກຍູ້ການຊ່ວຍເຫຼືອຈາກຂະແໜງເອກະຊົນ ໃນການກໍ່ສ້າງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ແລະ ການບໍລິການຕ່າງໆເພື່ອຮອງຮັບການຂະຫຍາຍຕົວຂອງການທ່ອງທ່ຽວ.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/laos-vows-upgrade-facilities-draw-more-overseas-tourists-97985