ລັດຕັ້ງເປົ້າສ້າງລາຍຮັບສູງສຸດຈາກແຜນສົ່ງເສີມການທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານແນະນຳໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຮັດວຽກຮ່ວມກັບກະຊວງຕ່າງໆເພື່ອສົ່ງເສີມການທ່ອງທ່ຽວ ແລະ ສ້າງລາຍຮັບເຂົ້າລັດເພີ່ມຂຶ້ນ.

ໃນຕົ້ນປີນີ້ ລັດຖະບານໄດ້ເປີດປີທ່ອງທ່ຽວລາວ-ຈີນ 2019 ເພື່ອຫວັງດຶງດູດນັກທ່ອງທ່ຽວຈາກຈີນ ແລະ ທົ່ວໂລກ. ລັດຖະບານວາງເປົ້າໝາຍໃນການດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 4.5 ລ້ານຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 6,001 ຕື້ກີບ (ປະມານ US$700 ລ້ານໂດລາ) ຕາມແຜນການ. 

ອ່ານຕໍ່…

ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-govt-aims-maximise-revenues-tourism-campaign-98795