ການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວຟື້ນໂຕ ແຕ່ຍັງຕ້ອງການການປະຕິຮູບໃນຂັ້ນຕໍ່ໄປ: ທະນາຄານໂລກ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານໂລກສະແດງທ່າທີທີ່ດີກ່ຽວກັບການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວ, ເຊິ່ງຄາດວ່າຈະກັບມາສູ່ລະດັບ 6.5 ເປີເຊັນໃນປີ 2019, ເພີ່ມຂຶ້ນຈາກລະດັບ 6.3 ເປີເຊັນໃນປີຜ່ານມາ.

ເຖິງວ່າງົບປະມານຂອງປະເທດຈະຢູ່ໃນສະພາບເຄັ່ງຕຶງຕໍ່ເນື່ອງ, ການຟື້ນຕົວດັ່ງກ່າວຄາດວ່າຈະໄດ້ຮັບການຊຸກຍູ້ຈາກການລົງທຶນທີ່ເຂັ້ມແຂງໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່ ເຊັ່ນ ໂຄງການທາງລົດໄຟລາວ-ຈີນ, ຕາມບົດລາຍງານ Lao Economic Monitor ຫຼ້າສຸດຂອງທະນາຄານໂລກທີ່ມີການເປີດໂຕວານນີ້.

ອ່ານຕໍ່…

ສົມສັກ ພົງຂາວ
http://annx.asianews.network/content/economic-growth-rebounding-further-reform-needed-world-bank-101902