ແຂວງຄຳມ່ວນຈະມີແຫຼ່ງທ່ອງທ່ຽວໃໝ່ທີ່ໜ້າຕື່ນຕາ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ແຫຼ່ງທ່ອງທ່ຽວພູຜ້າມ່ານ ເມືອງຄູນຄຳ ແຂວງຄຳມ່ວນມີແຜນຈັດກິດຈະກຳທ່ອງທ່ຽວແບບຜະຈົນໄພ ເຊິ່ງແຜນດັ່ງກ່າວຈະດຳເນີນໂດຍບໍລິສັດກຣີນ ດິສ໌ຄໍເວີຣີລາວ.

ທ່ານ ອິນທິ ເດືອນສະຫວັນ ສະມາຊິກຄະນະອຳນວຍການສະມາຄົມການທ່ອງທ່ຽວ, ເຈົ້າຂອງບໍລິສັດກຣີນ ດິສ໌ຄໍເວີຣີລາວ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ປະຈຸບັນສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ມີການຕິດຕັ້ງສິ່ງອຳນວຍຄວາມສະດວກສຳລັບນັກທ່ອງທ່ຽວເຊັ່ນ ຈຸດຊົມວິວ, ຫ້ອງນ້ຳ ແລະ ສູນຂໍ້ມູນຂ່າວສານ.

ປະຈຸບັນ ກຣີນ ດິສ໌ຄໍເວີຣີລາວ ມີແຜນຕິດຕັ້ງສາຍສະລິງ, ທາງຍ່າງຊົມພູຜາ, ແລະ ກະກຽມກິດຈະກຳເດີນປ່າໂດຍຜູ້ນຳທາງເພື່ອຊົມສັດປ່າ.

ອ່ານຕໍ່…

ສີລັດດາ ສຸລິຍົງ