ລັດຖະບານ, ທູດຕ່າງປະເທດ ຮ່ວມສະເຫຼີມສະຫຼອງວັນຊາດລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນສຸກແລ້ວນີ້ ບັນດາທູດຕ່າງປະເທດ ໄດ້ເຂົ້າພົບປະກັບທ່ານປະທານປະເທດ ບຸນຍັງ ວໍລະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍການນຳພັກ ແລະ ລັດ ເພື່ອຮ່ວມອວຍພອນປະເທດລາວ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 44 ປີ.

ການພົບປະດັ່ງກ່າວໄດ້ຈັດຂຶ້ນທີ່ທຳນຽບປະທານປະເທດ, ໂດຍມີທ່ານນາງ ເບລິນດາ ມ. ອັນເຕ ເອກອັກຄະລັດຖະທູດຟິລິປິນປະຈຳລາວ ຂຶ້ນຕາງໜ້າໃຫ້ແກ່ຄະນະທູດ ໃນການກ່າວຄຳອວຍພອນໃຫ້ແກ່ບັນດາທ່ານຜູ້ນຳລາວ ເນື່ອງໃນໂອກາດວັນຊາດ ທີ່ໝູນວຽນມາບັນຈົບຄົບຮອບໃນວັນຈັນນີ້.

ອ່ານຕໍ່…

ເອກະພອນ ພູທອນສີ