ຄຳມ່ວນເລີ່ມສຶກສາຄວາມເປັນໄປໄດ້ໃນການພັດທະນາພື້ນສະຖານທີ່ທ່ອງທ່ຽວຂຸນກອງແລງ ແຂວງຄຳມ່ວນ

ວຽງຈັນ (ວຽງຈັນທາມສ໌/ANN) – ຫ້ອງການປົກຄອງເມືອງຫີນບູນ ແຂວງຄຳມ່ວນ ໄດ້ແຈ້ງການປິດການບໍລິການໃນສະຖານທີ່ທ່ອງທ່ຽວຂຸນນ້ຳກອງແລງເປັນການຊົ່ວຄາວໃນວັນພຸດຜ່ານມາ ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາສະຖານທີ່ທ່ອງທ່ຽວດັ່ງກ່າວ.

ຂຸນນ້ຳກອງແລງ ແຂວງຄຳມ່ວນ ແມ່ນຕັ້ງຢູ່ບໍລະເວນຕີນພູຫີນປູນ ຫ່າງຈາກຕົວເມືອງທ່າແຂກໄປທາງເໜືອປະມານ 50 ກມ. ບຶງນ້ຳດັ່ງກ່າວແມ່ນໜຶ່ງໃນ 10 ສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເມືອງຫີນບູນ ທີ່ທາງແຂວງໄດ້ອະນຸມັດໃຫ້ບໍລິສັດທ່ອງທ່ຽວພາຍໃນດຳເນີນການສຶກສາຄວາມເປັນໄປໄດ້ໃນການພັດທະນາໃນຖຄງການໂລກສີຂຽວ.

ອ່ານຕໍ່…

ວຽງດາວັນ ຈັນທະຮັກສາ