ງານວາງສະແດງການທ່ອງທ່ຽວ ເປີດຊ່ອງທາງເພື່ອການທ່ອງທ່ຽວແບບຍືນຍົງໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງຊ່ອງທາງເພື່ອການທ່ອງທ່ຽວແບບຍືນຍົງຄັ້ງທີສອງ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້, ພາຍຫຼັງທີ່ງານຄັ້ງທຳອິດໃນປີກາຍນີ້ທີ່ແຂວງຫຼວງພະບາງໄດ້ຮັບການຕອບຮັບທີ່ດີ.

ງານວາງສະແດງດັ່ງກ່າວແມ່ນງານຕະຫຼາດນັດພິເສດສະເພາະຂະແໜງຂອງພາກພື້ນ ສຳລັບຂະແໜງການທ່ອງທ່ຽວ ເພື່ອສະເຫຼີມສະຫຼອງ, ສຶກສາຮຽນຮູ້ ແລະ ວາງສະແດງແນວໂນ້ມ, ຄວາມຮູ້, ເທັກໂນໂລຢີຫຼ້າສຸດໃນການຈັດການທ່ອງທ່ຽວ ແລະ ການບໍລິການແບບຍືນຍົງ.

ງານວາງສະແດງດັ່ງກ່າວມີໜ່ວຍງານວາງສະແດງ 54 ໜ່ວຍງານ ຈາກລາວ ແລະ ບັນດາປະເທດໃນພາກພື້ນແມ່ນ້ຳຂອງ ເພື່ອວາງສະແດງຜະລິດຕະພັນ, ການບໍລິການ ແລະ ການລິເລີ່ມໃໝ່ໆ ເຊິ່ງດຳເນີນໃນໄລຍະສອງວັນ ແຕ່ວັນທີ 27-28 ກັນຍານີ້.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/expo-offers-solutions-sustainable-tourism-laos-105202