ຄວາມຄືບໜ້າກ່ຽວກັບມາດຕະການ ໂຄວິດ-19: ໂຈະຖ້ຽວບິນຈາກປະເທດທີ່ມີການແຜ່ລະບາດ

ວຽງຈັນທາມ – ລັດຖະບານໂຈະການອອກວີຊາ ສຳລັບຜູ້ເດີນທາງມາຈາກປະເທດຕົ້ນທາງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ, ອີງຕາມການລາຍງານຂອງຄະນະສະເພາະກິດແຫ່ງຊາດ. 

ການດຳເນີນງານດັ່ງກ່າວ ເປັນມາດຕະການໃໝ່ທີ່ມີກຳນົດການປະຕິບັດຈົນເຖິງ ວັນທີ 31 ທັນວາ ເພື່ອຄວບຄຸມ ແລະ ສະກັດກັ້ນພະຍາດບາດດັ່ງກ່າວ. ລັດຖະບານກໍໄດ້ສືບຕໍ່ລາຍງານຄວາມຄືບໜ້າເປັນປະຈຳທຸກໆເດືອນ. ການເປີດບໍລິການຂອງສາຍການບິນຕ່າງໆລະຫວ່າງປະເທດທີ່ມີການແຜ່ລະບາດຂອງພະຍາດໂຄວິດໃນຊຸມຊົນກໍຖືກຢຸດຕິເຊັ່ນກັນ, ຍົກເວັ້ນສາຍການບິນມະນຸດສະທຳ; ທ່ານ ດຣ. ບຸນກອງ ສີຫາວົງ, ຮອງປະທານຄະນະສະເພາະກິດເພື່ອຕ້ານພະຍາດໂຄວິດ-19 ລາຍງານຕໍ່ກອງປະຊຸມຖະແຫຼງຂ່າວໃນວັນສຸກທີ່ຜ່ານມານີ້.​  

ອ່ານເພິ່ມເຕີມ…