ສິ່ງທີ່ເປັນອຸປະສັກຕໍ່ການເຄື່ອນໄຫວທຸລະກິດຂອງ SMEs ໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ຜົນການສຳຫຼວດຂອງທະນາຄານໂລກສະແດງໃຫ້ເຫັນວ່າ ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃນລາວພວມຜະເຊີນກັບອຸປະສັກຕ່າງໆ, ນັບແຕ່ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ, ການແຂ່ງຂັນທຸລະກິດຢ່າງບໍ່ເປັນທາງການ ແລະ ຄວາມຂັດຂ້ອງຂອງພະລັງງານໄຟຟ້າ.

ການເຂົ້າເຖິງແຫຼ່ງທຶນໃນຊ່ວງສອງປີຜ່ານມາຍິ່ງມີຄວາມຫຍຸ້ງຍາ, ຕາມການສຳຫຼວດຂອງທະນາຄານໂລກ.

ບັນຫານີ້ອາດມາຈາກການສົມທົບຂອງຫຼາຍປັດໃຈ ເຊັ່ນ ການເພີ່ມຄວາມລະມັດລະວັງຕໍ່ຄວາມສ່ຽງໃນການປ່ອຍກູ້ຂອງຂະແໜງທະນາຄານ, ການຂາດການວາງແຜນ ແລະ ຄຸ້ມຄອງທຸລະກິດ ແລະ ການເງິນທີ່ເໝາະສົມໃນທຸລະກິດ SMEs, ຄວາມຮູ້ທາງການເງິນທີ່ຕ່ຳ, ການຂາດຄວາມຫຼາກຫຼາຍດ້ານການບໍລິການທາງການເງິນສຳລັບ SMEs ໂດຍສະເພາະໃນເຂດຊົນນະບົດ, ແລະ ອັດຕາດອກເບ້ຍທີ່ສູງ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/constraints-lao-smes-obstruct-business-operations-101968