ເຈົ້າໜ້າທີ່ນະຄອນຫຼວງສັ່ງຢຸດການເຄື່ອນໄຫວກ່ຽວກັບທີ່ດິນໃນພື້ນທີ່ອ້ອມຮອບມະຫາວິທະຍາໄລແຫ່ງຊາດ

ອຳນາດການປົກຄອງນະຄອນຫຼວງໄດ້ສັ່ງຢຸດການຊື້ຂາຍ ແລະ ໂອນຖ່າຍກຳມະສິດທີ່ດິນຢູ່ບ້ານດົງໂດກ ແລະ ພື້ນທີ່ອ້ອມຮອບມະຫາວິທະຍາໄລແຫ່ງຊາດລາວ ຍ້ອນວ່າເປັນພື້ນທີ່ກຳມະສິດຄຸ້ມຄອງ ແລະ ນຳໃຊ້ຕາມກົດໝາຍຂອງລັດ.

ທ່ານ ບຸນທຳ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ກ່າວໃນວັນພຸດຜ່ານມານີ້ວ່າ ທາງພະແນກໄດ້ອອກຄຳສັ່ງໃຫ້ຢຸດຕິການເຄື່ອນໄຫວກ່ຽວກັບກຳມະສິດການນຳໃຊ້ທີ່ດິນໃນພື້ນທີ່ດັ່ງກ່າວ ເຊິ່ງລວມທັງພື້ນທີ່ໃນບ້ານຕານມີໄຊ, ນາທົມ, ສະພັງເມິກ, ແລະ ໜອງວຽງຄຳ.

ອ່ານຕໍ່…

ເອກະພອນ ພູທອນສີ