ໂຮງງານຈີນໃນລາວ ສ້າງຄວາມກັງວົນຕໍ່ສຸຂະພາບ, ສົ່ງກິ່ນເໝັນສູ່ບ້ານອ້ອມຂ້າງ

ໂຮງງານຈີນຢູ່ແຂວງບໍລິຄຳໄຊ ທີ່ໄດ້ເລີ່ມການຜະລິດຫວ່າງໝໍ່ໆມານີ້ ກໍ່ໃຫ້ເກີດສຽງດັງ ແລະ ມົນລະພິດທາງອາກາດ ເຊິ່ງສົ່ງຜົນຕໍ່ສຸຂະພາບຂອງຊາວບ້ານທີ່ອາໄສຢູ່ໃກ້ຄຽງ.

ໂຮງງານດັ່ງກ່າວ ເປັນໂຮງງານຜະລິດກ່ອງໂຟມເພື່ອນຳໃຊ້ຂົນສົ່ງກ້ວຍ ປະກອບດ້ວຍອາຄານໜຶ່ງຫຼັງ ຕັ້ງຢູ່ໃນພື້ນທີ່ 1 ເຮັກຕາ ຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ. ຊາວບ້ານຢ່າງໜ້ອຍສິບຄົວເຮືອນລາຍງານວ່າ ໂຮງງານດັ່ງກ່າວກໍ່ໃຫ້ເກີດສຽງດັງ ແລະ ສົ່ງກິ່ນເໝັນ ໃນຂະນະທຳການຜະລິດແຕ່ເວລາ 6 ໂມງເຊົ້າເຖິງທ່ຽງຄືນ.

ອ່ານຕໍ່…

ໜ່ວຍຂ່າວ RFA ລາວ