ຈີນຊ່ວຍເຫຼືອລາວໃນການພັດທະນາ ICT ເພື່ອອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຄາດວ່າ ການເຊື່ອມໂຍງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ ໃນຂົງເຂດການຄ້າ ແລະ ການລົງທຶນ ຈະຊ່ວຍຊຸກຍູ້ການພັດທະນາເຄື່ອງມືທີ່ຈຳເປັນ ເຊິ່ງຈະຊ່ວຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດ.

ໜຶ່ງໃນປັດໃຈສຳຄັນໃນການປັບປຸງດ້ານການຄ້າ ແລະ ການລົງທຶນ ກໍຄືການເຂົ້າເຖິງເທັກໂນໂນຢີຂໍ້ມູນຂ່າວສານ ແລະ ການຍົກລະດັບການແບ່ງປັນຂໍ້ມູນຂ່າວສານລະຫວ່າງສູນກາງ ແລະ ແຂວງໃນຂະແໜງການທີ່ກ່ຽວຂ້ອງ.

ໂຄງການປັນປຸງແບບຈຳລອງລະບົບຂໍ້ມູນຂ່າວສານພາຍໃຕ້ການຊ່ວຍເຫຼືອຂອງຈີນ ສຳລັບກະຊວງອຸດສາຫະກຳ ແລະ ການຄ້າຈະສະໜັບສະໜູນນະໂຍບາຍຂອງກະຊວງ ກ່ຽວກັບຂອບຍຸດທະສາດການພັດທະນາ ICT ສຳລັບປີ 2016-20.

ອ່ານຕໍ່…

ບຸນແຝງ ໄພມະນີວົງ