ການດຶງດູດນັກທ່ອງທ່ຽວຈີນໜຶ່ງລ້ານຄົນສາມາດເປັນໄປໄດ້: ຕາມລາຍງານຫຼ້າສຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວສາມາດບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວຈີນ ໜຶ່ງລ້ານຄົນໃນປີ 2019, ຕາມບົດລາຍງານ.

ຄວາມພະຍາມຍາມໃນການບັນລຸເປົ້າໝາຍອັນສູງສົ່ງນີ້ແມ່ນໄດ້ຮັບການຊຸກຍູ້ຈາກແຜນລາຍການສົ່ງເສີມການທ່ອງທ່ຽວຕ່າງໆຂອງເຈົ້າໜ້າທີ່ຝ່າຍລາວ ແລະ ຈີນ ເນື່ອງໃນໂອກາດປີທ່ອງທ່ຽວລາວ-ຈີນ 2019.

ບົດລາຍງານໂດຍໜັງສືພິມວຽງຈັນທາມສ໌ ໄດ້ມີການນຳສະເໜີໃນກອງປະຊຸມປະຈຳເດືອນພຶດສະພາຂອງລັດຖະບານ, ເຊິ່ງຄະນະລັດຖະບານໄດ້ມີການຮັບຮອງເອົາບົດລາຍງານດັ່ງກ່າວ. 

ນັບແຕ່ຕົ້ນປີນີ້ຈົນເຖິງປະຈຸບັນ ມີນັກທ່ອງທ່ຽວຈາກຈີນເຂົ້າມາທ່ຽວລາວຈຳນວນ 259,205 ຄົນ – ເພີ່ມຂຶ້ນ 16% ທຽບກັບໄລຍະດຽວກັນຂອງປີຜ່ານມາ. ຕົວເລກດັ່ງກ່າວສະແດງທ່າແຮງຄວາມເປັນໄປໄດ້ໃນກັນບັນລຸຍອດນັກທ່ອງທ່ຽວຈາກຈີນໃຫ້ໄດ້ໜຶ່ງລ້ານຄົນສຳລັບໝົດປີ.

ອ່ານຕໍ່…

ສຸກສາຄອນ ແຫວນແກ້ວ