ໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ ຊ່ວຍໃນການອະນຸລັກພັນປາ ທາງພາກເໜືອຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ (TABI) ຈະສືບຕໍ່ສົ່ງເສີມປະຊາຊົນຊາວຊົນນະບົດໃນສາມແຂວງພາກເໜືອ ໃນການເສີມຂະຫຍາຍການອະນຸລັກພັນປາໃນເຂດອ່າງເກັບນ້ຳເພື່ອການອະນຸລັກ.

ໂຄງການດັ່ງກ່າວ ເຊິ່ງມີການລິເລີ່ມມາແຕ່ປີ 2009, ມີການສົ່ງເສີມເຂດອະນຸລັກພັນປາຈຳນວນ 262 ແຫ່ງ. ໃນນັ້ນມີເຂດຫ້າມຫາປາ 144 ແຫ່ງ, ສ່ວນອີກ 118 ແມ່ນສຳລັບການຫາປາພາຍໃຕ້ການຄຸ້ມຄອງ ຢູ່ແຂວງຫຼວງພະບາງ, ຊຽງຂວາງ ແລະ ຫົວພັນ.

ໃນສາມແຂວງດັ່ງກ່າວ ມີປາສອງສາຍພັນຄື: ປາດຸກຍັກ ແລະ ປາດຸກຫາງແດງອາຊີ ທີ່ຍັງຢູ່ໃນສະພາບສ່ຽງຕໍ່ການສູນພັນ.

ອ່ານຕໍ່…

ໂຕະຂ່າວ