ກະຊວງກະສິກຳສົ່ງເສີມທັກສະດ້ານວິຊາການເພື່ອຍົກລະດັບການຜະລິດໃນຟາມ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ຈະສືບຕໍ່ຝຶກອົບຮົມຖັນແຖວພະນັກງານ ເພື່ອໃຫ້ເຂົາເຈົ້າສາມາດເຜີຍແຜ່ທັກສະດ້ານວິຊາການ ແລະ ປັບປຸງຜົນຜະລິດຂອງຊາວກະສິກອນໃນທ້ອງຖິ່ນ.

ເຂົ້າຮ່ວມໃນຊຸດຝຶກອົບຮົມຄູຝຶກຄັ້ງນີ້ມີນັກສຳມະນາກອນ 40 ຄົນຈາກແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ ແລະ ຫຼວງພະບາງ, ແລະ ນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນທີ່ສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ-ຫ້ວຍຊົ້ວ.

ຫຼັກສູດຝຶກອົບຮົມດັ່ງກ່າວແມ່ນແນໃສ່ຝຶກໃຫ້ນັກສຳມະນາກອນສາມາດຊ່ວຍເຫຼືອຊາວກະສິກອນເພີ່ມທະວີຜົນຜະລິດຂອງເຂົາເຈົ້າ ໂດຍການປັບປຸງຍົກລະດັບດ້ານເຕັກນິກການປູກຝັງ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/agriculture-ministry-bolsters-technical-skills-improve-farm-production-laos-102301