ງານວາງສະແດງສິນຄ້າທີ່ໃຫຍ່ທີ່ສຸດໃນປະເທດລາວຈະເລີ່ມໃນອາທິດໜ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ງານວາງສະແດງສິນຄ້າມືອາຊີບທີ່ໃຫຍ່ທີ່ສຸດໃນປະເທດ, ລາວທອບ 3 ເອັກສ໌ໂປ 2019, ຈະມີຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນອາທິດໜ້າ ແລະ ຜະລິດຕະພັນທີ່ວາງສະແດງລວມມີ ສິນຄ້າກ່ຽວກັບອາຄານ, ການກໍ່ສ້າງ, ນ້ຳປະປາ, ​ອາຫານ ແລະ ເຄື່ອງດື່ມ ແລະ ການຄ້າ.

ງານວາງສະແດງ ທຣີອິນວັນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20-22 ມິຖຸນານີ້ ຈະລວມເອົາງານ LAOBUILD 2019 ວາງສະແດງສິນຄ້າກ່ຽວກັບອາຄານ ແລະ ການກໍ່ສ້າງສາກົນຂອງລາວ, ງານ LAOFOOD 2019 ວາງສະແດງຜະລິດຕະພັນອາຫານ ແລະ ເຄື່ອງດື່ມຂອງລາວ ແລະ ງານ LAOWATER 2019 ວາງສະແດງເທັກໂນໂນຢີກ່ຽວກັບນ້ຳ ແລະ ນ້ຳເສຍສາກົນ.

ອ່ານຕໍ່…

ສຸກສະໄໝ ບູລົມ
http://annx.asianews.network/content/largest-trade-exhibition-kick-next-week-laos-98387