ລາວ, ໄທ ສົ່ງເສີມແຜນຄວບຄຸມຄຸນນະພາບອາຫານ ແລະ ຢາ

ກະຊວງສາທາລະນະສຸກແຫ່ງປະເທດລາວ ແລະ ໄທໄດ້ປະຊຸມກັນວານນີ້ ໃນກອງປະຊຸມຄັ້ງທີ 3 ວ່າດ້ວຍການຮ່ວມມືລາວ-ໄທກ່ຽວກັບການຄວມຄຸມອາຫານ ແລະ ຢາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຍິນດີເປີດຮັບສື່ມວນຊົນຕ່າງປະເທດເຂົ້າມາລົງທະບຽນ ແລະ ລາຍງານຂ່າວກ່ຽວກັບໄພນ້ຳຖ້ວມຄັ້ງຮ້າຍແຮງ

ທີມງານ ແລະ ນັກຂ່າວສື່ມວນຊົນຈາກຕ່າງປະເທດສາມາດເຂົ້າມາລາຍງານຂ່າວກ່ຽວກັບເຫດໄພພິບັດນ້ຳຖ້ວມຄັ້ງໃຫຍ່ຍ້ອນເຂື່ອນແຕກ ຈາກພາກສະໜາມທີ່ເມືອງສະໜາມໄຊ ແຂວງອັດຕະປື. ຈຸດທີ່ເປັນທີ່ສົນໃຈກໍຄືການປະຕິບັດພາລະກິດກູ້ໄພທີ່ຍຶດເຍື້ອຍາວນານໃນການຄົ້ນຫາຮ່ອງຮອງຂອງຜູ້ທີ່ຍັງສູນຫາຍ.ອ່ານຕໍ່ ...

ສົມສັກ ພົງຂາວ

ຊຸກຍູ້ພາລະກິດການສັກຢາປ້ອງກັນພະຍາດທີ່ສູນບັນເທົາທຸກນ້ຳຖ້ວມທີ່ອັດຕະປື

ເຈົ້າໜ້າທີ່ສາທາໄດ້ເລີ່ມພາລະກິດສັກຢາປ້ອງກັນພະຍາດໄຂ້ທໍລະພິດ,​ ອະຫິວາ,  ບາດທະຍັກ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄະ ເພື່ອຕ້ານການລະບາດຂອງພະຍາດຕິດຕໍ່ໃນພື້ນປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ຜ່ານມາໄດ້ພົບບັນຫາການເຈັບປ່ວຍຈຳນວນ 2,979 ກໍລະນີຈາກພະຍາດ ທ້ອງບິດ, ປອດອັກເສບ, ນ້ຳຄັນກັດຕີນ ແລະ ການຕິດເຊື້ອໃນລະບົບຫາຍໃຈ. ປະຈຸບັນທິມແພດກວ່າ 100 ຄົນຈາກລາວ, ຫວຽດນາມ, ຈີນ, ໄທ ແລະ ເກົາຫຼີໃຕ້ກຳລັງທຳການລົນນະລົງເພື່ອສົ່ງເສີມສຸຂະພາບ ແລະ ສັກຢາປ້ອງກັນພະຍາດ ໃນ 13 ຈຸດພັກພິງຜູ້ປະສົບໄພ.ອ່ານຕໍ່ ...

ໄຊຊະນະ ລືໄກ

ຄະນະຄຸ້ມຄອງກົດໝາຍລາວເຕືອນ ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງກ່ຽວກັບນ້ຳຖ້ວມແມ່ນຜິດຕໍ່ລະບຽບກົດໝາຍ

ການລາຍງານ ແລະ ແບ່ງປັນຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໃນຮູບແບບຂອງການລາຍງານຂ່າວທີ່ບໍ່ເປັນຈິງ ຫຼື ການປັບປ່ຽນຮູບພາບ ຫຼື ວີດີໂອກ່ຽວກັບໄພນ້ຳຖ້ວມທີ່ແຂວງອັດຕະປື ກໍຄືໃນພື້ນທີ່ອື່ນໆທົ່ວປະເທດ ແມ່ນຜິດຕໍ່ລະບຽບກົດໝາຍບ້ານເມືອງ ຕາມການແຈ້ງເຕືອນຂອງຄະນະກວດສອບລະດັບຊາດທີ່ຮັບຜິດຊອບດ້ານໄພພິບັດ ຕໍ່ຜູ້ນຳໃຊ້ ແລະ ຜູ້ເຜີຍແຜ່ຂໍ້ມູນຂ່າວສານຕາມສື່ສັງຄົມອອນໄລ.ອ່ານຕໍ່ ...

ວຽງຈັນທາມສ໌

ສອບສວນການປ່ອຍຂ່າວລືກ່ຽວກັບເຂື່ອນແຕກຢູ່ທາງພາກເໜືອ

ເຈົ້າໜ້າທີ່ແຂວງຫຼວງພະບາງໄດ້ກ່າວໃນເວລາ 1 ໂມງແລງຂອງວັນເສົາຜ່ານມານີ້ວ່າ ກຳລັງຕິດຕາມບຸກຄົນທີ່ປ່ອຍຂ່າວລືທີ່ບໍ່ເປັນຈິງ ກ່ຽວກັບການແຕກຂອງເຂື່ອນໄຟຟ້ານ້ຳອູ 2 ທີ່ກຳລັງຢູ່ໃນໄລຍະການກໍ່ສ້າງ. ຂ່າວສານໄດ້ມີການແຜ່ກະຈາຍຢ່າງໄວວາຢູ່ຕາມລະບົບສື່ສັງຄົມອອນລາຍ ເຮັດໃຫ້ຜູ້ນຳໃຊ້ຂໍ້ມູນຂ່າວສານໃນແຂວງ ກໍຄືໃນທົ່ວໂລກ ຮັບຮູ້ສະຖານະການທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ.ອ່ານຕໍ່ ...

ສຸກນິລັນດອນ ສຸດທິວົງນໍລາດ

ການຮ່ວມມືລາວ-ໄທ ເພື່ອພັດທະນາການປິ່ນປົວຫູໜວກຂອງໂຮງໝໍມະໂຫສົດ

ໂຮງໝໍມະໂຫສົດຈະຮ່ວມມກັບຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ລວມທັງປະເທດໄທ ເພື່ອປັບປຸງການຮັກສາຄົນເຈັບທີ່ສູນເສຍການໄດ້ຍິນ. ໃນນີ້ລວມມີການຝຶກອົບຮົມການຜ່າຕັດປ່ຽນປະສາດຫູທຽມ ສຳລັບພະນັກງານການແພດຂອງລາວໃນວັນສຸກຜ່ານມາ ເຊິ່ງດຳເນີນໂດຍ ດຣ ທຸລະຂັນ ມຸກກຸນ ໄສຍະແພດຫູ, ດັງ, ຄໍ (ENT) ຈາກໂຮງໝໍຕຼັງປະເທດໄທ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໄຂ້ເລືອດອອກຂ້າແລ້ວ 12 ຊີວິດໃນປີນີ້

ມີ 12 ຄົນເສຍຊີວິດຍ້ອນພະຍາດໄຂ້ເລືອດອອກໃນຫົກເດືອນຕົ້ນປີນີ້ ເຊິ່ງແຂວງສະຫວັນນະເຂດພົບຜູ້ຕິດເຊື້ອຫຼາຍສຸດ. ຈຳນວນຜູ້ເປັນໄຂ້ເລືອດອອກມີຈຳນວນເພີ່ມຂຶ້ນສອງເທົ່ າທຽບກັບໄລຍະດຽວກັນຂອງປີ 2017.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ນາຍົກແນະນຳສະມາຊິກພັກໃຫ້ເປັນແບບຢ່າງການນຳພາໃນການພັດທະນາຊົນນະບົດ

ນາຍົກລັດຖະມົນຕີສະເໜີໃນທີ່ປະຊຸມວ່າ ສະມາຊິກພັກຕ້ອງນຳພາປະຊາຊົນໃນການຜັນຂະຫຍາຍນະໂຍບາຍສູ່ການປະຕິບັດຕົວຈິງ ສຳລັບການພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ. ການຫັນເອົາທິດສະດີໄປສູ່ການປະຕິບັດຕົວຈິງຮຽກຮ້ອງໃຫ້ສະມາຊິກພັກທຳການບຸກບືນ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນທັງຊາດ ເພື່ອຫຼີກລ່ຽງການເວົ້າແຕ່ປາກ.ອ່ານຕໍ່ ...

ວຽງຈັນທາມສ໌

ຄະນະສົນທິສັນຍາຢູເອັນ ພິຈາລະນາບົດລາຍງານກ່ຽວກັບສິດທິມະນຸດຂອງລາວ

(ຂປລ) ຄະນະຜູ້ແທນລາວ ນຳໂດຍທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະກຳມະການກວດກາແຫ່ງຊາດດ້ານສິດທິມະນຸດ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 23 ວ່າດ້ວຍສິດທິມະນຸດຂອງອົງການສະຫະປະຊາຊາດ ທີ່ນະຄອນເຈັນນີວາ ຄັ້ງວັນທີ 11-12 ກໍລະກົດ 2018 ເພື່ອປຶກສາຫາລືບົດລາຍງາຍເບື້ອງຕົ້ນຂອງ ສປປ ລາວ ພາຍໃຕ້ກະຕິກາລະຫວ່າງປະເທດວ່າດ້ວຍສິດທິພົນລະເມືອງ ແລະ ສິດທິທາງການເມືອງ (ICCPR)  ເຊິ່ງລາວໄດ້ຮ່ວມເປັນສະມາຊິກແຕ່ປີ 2009.ອ່ານຕໍ່ ...

ຂປລ

ນາຍົກກ່າວ:​ ເພື່ອຄວາມສິວິໄລຂອງຊາດ, ຊຸມຊົນຕ້ອງເອົາໃຈໃສ່ຊຸກຍູ້ການຫຼຸດຜ່ອນຄວາມທຸກຍາກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສຸມຄວາມພະຍາຍາມເພື່ອຮັບປະກັນວ່າ ຄວາມທຸກຍາກ ແລະ ສະຖານະດ້ອຍພັດທະນາທີ່ສຸດ ສາມາດລົບລ້າງໄດ້ໃນເຂດຊົນນະບົດ ຖ້າທົ່ວທັງຊາດຮ່ວມກັນບຸກບືນ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

TujRr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!