Transport and shipping

ພື້ນຖານໂຄງລ່າງ ແລະ ສິ່ງອຳນວນຄວາມສະດວກດ້ານການຂົນສົ່ງ

ຄວາມຄືບໜ້າການຂະຫຍາຍສະໜາມບິນຫ້ວຍຊາຍ

ທາງສຳລັບຂຶ້ນລົງເຮືອບິນທີ່ສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ ພວມໄດ້ຮັບການຂະຫຍາຍປັບປຸງ ເພື່ອຮອງຮັບຄວາມຕ້ອງການໃນການຂົນສົ່ງທີ່ເພີ່ມສູງຂຶ້ນ ແລະ ກຽມພ້ອມສຳລັບການຂະຫຍາຍການລົງທຶນ ແລະ ການທ່ອງທ່ຽວ.ປະຈຸບັນໂຄງການດັ່ງກ່າວຫາກໍ່ດຳເນີນໄດ້ 7%, ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2020 ຕົກເປັນມູນຄ່າລວມທັງໝົດ 149 ຕື້ກີບ ພາຍໃຕ້ການລົງທຶນຂອງລັດຖະບານ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ເປີດນຳໃຊ້ຂົວຂ້າມນ້ຳງື່ມແຫ່ງໃໝ່

ຂົວຂ້າມນ້ຳງື່ມ ເຊິ່ງເຊື່ອມຕໍ່ລະຫວ່າງບ້ານນາບົງ ແລະ ທ່າກົກໄຮ ເມືອງປາກງື່ມ ນະຄອນວຽງຈັນ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທ້ອງຖິ່ນ. ເຂົ້າຮ່ວມໃນພິທີເປີດຂົວວານນີ້ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສັກໄຊ ວົງມາລາສິດ (ປີເຕີ ຊານ) ປະທານບໍລິສັດອະສັງຫາລິມະຊັບລາວໂລກ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຈີນເລີ່ມໂຄງການຍົກລະດັບຖະໜົນໃນພາກກາງຂອງລາວ

ວຽງຈັນ – ກຸ່ມບໍລິສັດອຸດສາຫະກຳພາກເໜືອຈີນຈຳກັດ (NORINCO) ເປີດໂຄງການຍົກລະດັບຖະໜົນທີ່ແຂວງສະຫວັນນະເຂດທາງພາກກາງຂອງລາວ.ທ່ານ ດົງ ຈີເຟັງ ຮອງຜູ້ຈັດການໃຫຍ່ຂອງບໍລິສັດ NORINCO ສາກົນ ເຊິ່ງເປັນໜ່ວຍງານທຸລະກິດຂອງບໍລິສັດ NORINCO ກ່າວໃນພິທີເປີດໂຄງການພາກສະໜາມໃນວັນເສົາຜ່ານມາວ່າ ນີ້ແມ່ນໂຄງການກໍ່ສ້າງທາງໂຄງການທຳອິດໃນລາວທີ່ຮັບເໝົາໂດຍບໍລິສັດ ເຊິ່ງມີໄລຍະລວມ 430 ກມ ນັບແຕ່ທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຊູຊິນ

ບໍລິສັດຈີນຊ່ວຍສ້າງເສດຖະກິດລາວ

ວຽງຈັນ – “ບໍ່ວ່າຈະໂຄງການໃດບໍລິສັດທາງລົດໄຟແຫ່ງປະເທດຈີນກໍພ້ອມທີ່ຈະປະຕິບັດໃນທຸກເວລາ!”ໃນທ້າຍເດືອນກໍລະກົດ ໃນຕອນທີ່ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ແຂວງອັດຕະປືທາງພາກໃຕ້ຂອງລາວ, ບໍລິສັດທາງລົດໄຟຈີນ ຜູ້ຮັບເໝົາກໍ່ສ້າງໂຄງການທາງລົດໄຟລາວ-ຈີນໃນປະເທດລາວ ໄດ້ໃຫ້ການຊ່ວຍເຫຼືອໃນພື້ນທີ່ປະສົບໄພໂດຍບໍ່ລັງເລ.ອ່ານຕໍ່ ...

Xinhua

ລັດຫາລືມາດຕະການແກ້ໄຂບັນຫາໂຄງການກໍ່ສ້າງທາງທີ່ມີມູນຄ່າສູງເກີນຈິງ

ກອງປະຊຸມປະຈຳເດືອນພະຈິກຂອງຄະນະລັດຖະບານເນັ້ນໃສ່ຫາລືວິທີການແກ້ໄຂບັນຫາຍືດເຍື້ອ ກ່ຽວກັບໂຄງການກໍ່ສ້າງຖະໜົນທີ່ມີຄຸນນະພາບຕ່ຳ, ມີມູນຄ່າສູງເກີນຕົວຈິງ ແລະ ດຳເນີນການຊັກຊ້າ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນ້ຳເສຍຈາກໂຄງການທາງລົດໄຟສ້າງມົນລະພິດໃຫ້ແກ່ສະຖານທີ່ທ່ອງທ່ຽວຂອງລາວ

ໂຄງການທາງລົດໄຟລາວ-ຈີນໄດ້ປ່ອຍນ້ຳເສຍຈາກການກໍ່ສ້າງລົງສູ່ແມ່ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ຕາມການລາຍງານຂອງປະຊາຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ສິ່ງແວດລ້ອມຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ນັກວິໄຈຊີ້: ເສັ້ນທາງລົດໄຟລາວ-ຈີນ ຈະເປີດກວ້າງການສ້າງເຂດເສດຖະກິດພິເສດ  

ອົງການຄົ້ນຄວ້າເສດຖະກິດອັນດັບຕົ້ນຂອງລັດຖະບານແນະນຳ ການລົງທຶນຄວນສຸມໃສ່ຫຼາຍຂົງເຂດ ເຊິ່ງເນັ້ນການໃຊ້ປະໂຫຍດ ແລະ ສ້າງປະໂຫຍດສູງສຸດຈາກເສັ້ນທາງລົດໄຟ ລາວ-ຈີນ.ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (NERI) ສະເໜີໃນການສຳຫຼວດຫຼ້າສຸດທີ່ມີການເຜີຍແຜ່ຫວ່າງມໍ່ໆມານີ້ວ່າ ມັນມີຄວາມເປັນໄປໄດ້ທີ່ຈະສ້າງເຂດເສດຖະກິດພິເສດ (SEZs) ລຽບຕາມສາຍທາງລົດໄຟຄວາມໄວສູງໄລຍະ 407 ກມ, ໂດຍສຸມໃສ່ການຂະຫຍາຍເຂດອຸດສາຫະກຳ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ບົດວິພາກເສດຖະກິດສຳລັບເສັ້ນທາງດ່ວນວຽງຈັນ-ປາກເຊ ຕອນທີ 4 ມີແຜນລິເລີ່ມ

ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດກໍ່ສ້າງຂົວທາງແຫ່ງປະເທດຈີນ (CRBC) ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບບົດວິພາກເສດຖະກິດຂອງເສັ້ນທາງດ່ວນແຕ່ວຽງຈັນຫາປາກເຊ ຕອນທີ 4 ໃນວັນຈັນທີ່ຜ່ານມາ.ຕອນທາງດັ່ງກ່າວແມ່ນນັບແຕ່ເສັ້ນທາງເລກທີ 15 ແຂວງສາລະວັນ ຫາເມືອງປາກເຊ ແຂວງຈຳປາສັກ, ມີໄລຍະທາງລວມ 82 ກມ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຮັບເໝົາ ເລັ່ງມືການກໍ່ສ້າງເສັ້ນທາງ ດອນນົກຂຸ້ມ-450 ປີ

ບໍລິສັດຮັບເໝົາກໍ່ສ້າງເສັ້ນທາງໄລຍະ 11 ກມ ແຕ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ຫາເສັ້ນທາງ 450 ປີ ເມືອງໄຊເສດຖາ ກຳລັງເລັ່ງມືຂະບວນການກໍ່ສ້າງ ,ແນໃສ່ສຳເລັດໂຄງການພາຍໃນທ້າຍປີ 2019.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການບິນລາວຈະເປີດຖ້ຽວບິນໄປເມືອງສາງຊາ

ຫຼວງພະບາງ, 18 ຕຸລາ 2018: ບໍລິສັດການບິນລາວຈະເປີດຖ້ຽວບິນ ເພື່ອດຶງດູດນັກທ່ອງທ່ຽວຈີນຈາກເມືອງສາງຊາ ເຂົ້າມາເມືອງມໍລະດົກໂລກຫຼວງພະບາງ. ຖ້ຽວບິນດັ່ງກ່າວ ເຊິ່ງຈະເລີ່ມໃນວັນທີ 31 ຕຸລານີ້, ເປັນຖ້ຽວບິນລາຍອາທິດ ມີແຜນການບິນທຸກໆວັນພຸດ ແຕ່ຍັງບໍ່ສາມາດຈອງຜ່ານທາງເວັບໄຊຂອງການບິນລາວເທື່ອ.ອ່ານຕໍ່ ...

ດອນ ຣອສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

npyvg
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!