ການກໍ່ສ້າງທາງດ່ວນວຽງຈັນໄລຍະ 15 ກມ ຈະເລີ່ມລົງມືໃນໄວໆນີ້

ການກໍ່ສ້າງທາງດ່ວນເພື່ອເຊື່ອມຕໍ່ສູນການຕົວເມືອງກັບເຂດຊານເມືອງວຽງຈັນຈະເລີ່ມລົງມືໃນເດືອນໜ້າ ຕາມການລາຍງານຂອງການນຳລັດຖະບານ.ການກໍ່ສ້າງທາງໄລຍະ 15 ກມ ຈະຊ່ວຍຫຼຸດຜ່ອນບັນຫາລົດຕິດ ແລະ ຮອງຮັບຄວາມຕ້ອງການໃນການສັນຈອນທີ່ເພີ່ມຂຶ້ນຂອງຕົວເມືອງ ໃຫ້ມີຄວາມວ່ອງໄວ ແລະ ສະດວກສະບາຍ.ອ່ານຕໍ່  ...

ສຸກສາຄອນ ແຫວນແກ້ວ

ໂຄງການບູລະນະຖະໜົນຕ້ອງໃຊ້ງົບ 1,200 ພັນຕື້ກີບ

(ຂປລ) ກົມຂົວທາງກ່າວວ່າຕ້ອງໃຊ້ງົບປະມານ 1,200 ພັນຕື້ກີບ ໃນການຈັດຕັ້ງປະຕິບັດ 20 ໂຄງການ ແລະ 148 ສັນຍາຮັບເໝົາໃນການກໍ່ສ້າງ ແລະ ບູລະນະຖະໜົນຫົນທາງໃນທົ່ວປະເທດ.ໃນຈຳນວນງົບປະມານດັ່ງກ່າວ, 896 ຕື້ກີບແມ່ນຈະໃຊ້ໃນການບູລະນະ ແລະ ສ້ອມແປງຖະໜົນ, 251 ຕື້ ແມ່ນສຳລັບຍົກລະດັບຖະໜົນ, ແລະ ອີກ 93 ຕື້ ແມ່ນສຳລັບການຕິດຕັ້ງທໍ່ລະບາຍນ້າ ແລະ ຂອບທາງ.ອ່ານຕໍ່ ...

ບັນນາທິການ ຂປລ

ອຸປະຕິເຫດຕາມທ້ອງຖະໜົນມີຜູ້ເສຍຊີວິດກວ່າ 200 ຄົນໃນວຽງຈັນໃນຊ່ວງປີໃໝ່ 2019

(ຂປລ) ໃນຊ່ວງການສະເຫຼີມສະຫຼອງປີໃໝ່ສາກົນ 2019 ທີ່ວຽງຈັນມີຜູ້ເສຍຊີວິດຍ້ອນອຸປະຕິເຫດຕາມທ້ອງຖະໜົນແລ້ວ 238 ຄົນ. ເຖິງຢ່າງໃດກໍຕາມ ຍອດຜູ້ເສຍຊີວິດກໍມີການຫຼຸດລົງ 5% ທຽບກັບປີຜ່ານມາ. ປີນີ້ມີຈຳນວນການເກີດອຸປະຕິເຫດຫຼຸດລົງ 36%.ອ່ານຕໍ່ ...

ບັນນາທິການ ຂປລ

ການເປີດເສລີດ້ານການຂົນສົ່ງອາດຊ່ວຍຫຼຸດຕົ້ນທຶນດ້ານການບໍລິການຂົນສົ່ງ: ຕາມຜົນຄົ້ນຄວ້າຫຼ້າສຸດ

ການຄົ້ນຄວ້າຫຼ້າສຸດສະແດງວ່າ ຕົ້ນທຶນດ້ານການບໍລິການຂົນສົ່ງໃນລາວອາດຖືກລົງ ຖ້າລັດຖະບານລາວອະນຸຍາດໃຫ້ບໍລິສັດຕ່າງປະເທດໃນການໃຫ້ບໍລິການ.ການຄົ້ນຄວ້າ ພາຍໃຕ້ການສະໜັບສະໜູນທຶນຂອງກຸ່ມທະນາຄານໂລກ ແລະ ຄູ່ຮ່ວມພັດທະນາສາກົນໃນລາວ ສະແດງວ່າຕົ້ນທຶນຂອງການບໍລິການຂົນສົ່ງຕາມເສັ້ນທາງ ອາດຫຼຸດຜ່ອນລົງໄດ້ ຖ້າລັດຖະບານອະນຸຍາດໃຫ້ບໍລິສັດຕ່າງປະເທດເຂົ້າມາດຳເນີນກິດຈະການ ແທນທີ່ການຜູກຂາດບໍລິສັດຂົນສົ່ງພາຍໃນ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຄວາມຄືບໜ້າການຂະຫຍາຍສະໜາມບິນຫ້ວຍຊາຍ

ທາງສຳລັບຂຶ້ນລົງເຮືອບິນທີ່ສະໜາມບິນຫ້ວຍຊາຍ ແຂວງບໍ່ແກ້ວ ພວມໄດ້ຮັບການຂະຫຍາຍປັບປຸງ ເພື່ອຮອງຮັບຄວາມຕ້ອງການໃນການຂົນສົ່ງທີ່ເພີ່ມສູງຂຶ້ນ ແລະ ກຽມພ້ອມສຳລັບການຂະຫຍາຍການລົງທຶນ ແລະ ການທ່ອງທ່ຽວ.ປະຈຸບັນໂຄງການດັ່ງກ່າວຫາກໍ່ດຳເນີນໄດ້ 7%, ເຊິ່ງຄາດວ່າຈະສຳເລັດພາຍໃນປີ 2020 ຕົກເປັນມູນຄ່າລວມທັງໝົດ 149 ຕື້ກີບ ພາຍໃຕ້ການລົງທຶນຂອງລັດຖະບານ.ອ່ານຕໍ່   ...

ບັນນາທິການວຽງຈັນທາມສ໌

ເປີດນຳໃຊ້ຂົວຂ້າມນ້ຳງື່ມແຫ່ງໃໝ່

ຂົວຂ້າມນ້ຳງື່ມ ເຊິ່ງເຊື່ອມຕໍ່ລະຫວ່າງບ້ານນາບົງ ແລະ ທ່າກົກໄຮ ເມືອງປາກງື່ມ ນະຄອນວຽງຈັນ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທ້ອງຖິ່ນ. ເຂົ້າຮ່ວມໃນພິທີເປີດຂົວວານນີ້ມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ທ່ານ ສັກໄຊ ວົງມາລາສິດ (ປີເຕີ ຊານ) ປະທານບໍລິສັດອະສັງຫາລິມະຊັບລາວໂລກ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ບໍລິສັດຈີນເລີ່ມໂຄງການຍົກລະດັບຖະໜົນໃນພາກກາງຂອງລາວ

ວຽງຈັນ – ກຸ່ມບໍລິສັດອຸດສາຫະກຳພາກເໜືອຈີນຈຳກັດ (NORINCO) ເປີດໂຄງການຍົກລະດັບຖະໜົນທີ່ແຂວງສະຫວັນນະເຂດທາງພາກກາງຂອງລາວ.ທ່ານ ດົງ ຈີເຟັງ ຮອງຜູ້ຈັດການໃຫຍ່ຂອງບໍລິສັດ NORINCO ສາກົນ ເຊິ່ງເປັນໜ່ວຍງານທຸລະກິດຂອງບໍລິສັດ NORINCO ກ່າວໃນພິທີເປີດໂຄງການພາກສະໜາມໃນວັນເສົາຜ່ານມາວ່າ ນີ້ແມ່ນໂຄງການກໍ່ສ້າງທາງໂຄງການທຳອິດໃນລາວທີ່ຮັບເໝົາໂດຍບໍລິສັດ ເຊິ່ງມີໄລຍະລວມ 430 ກມ ນັບແຕ່ທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ຊູຊິນ

ບໍລິສັດຈີນຊ່ວຍສ້າງເສດຖະກິດລາວ

ວຽງຈັນ – “ບໍ່ວ່າຈະໂຄງການໃດບໍລິສັດທາງລົດໄຟແຫ່ງປະເທດຈີນກໍພ້ອມທີ່ຈະປະຕິບັດໃນທຸກເວລາ!”ໃນທ້າຍເດືອນກໍລະກົດ ໃນຕອນທີ່ເກີດໄພນ້ຳຖ້ວມຄັ້ງຮ້າຍແຮງທີ່ແຂວງອັດຕະປືທາງພາກໃຕ້ຂອງລາວ, ບໍລິສັດທາງລົດໄຟຈີນ ຜູ້ຮັບເໝົາກໍ່ສ້າງໂຄງການທາງລົດໄຟລາວ-ຈີນໃນປະເທດລາວ ໄດ້ໃຫ້ການຊ່ວຍເຫຼືອໃນພື້ນທີ່ປະສົບໄພໂດຍບໍ່ລັງເລ.ອ່ານຕໍ່ ...

Xinhua

ລັດຫາລືມາດຕະການແກ້ໄຂບັນຫາໂຄງການກໍ່ສ້າງທາງທີ່ມີມູນຄ່າສູງເກີນຈິງ

ກອງປະຊຸມປະຈຳເດືອນພະຈິກຂອງຄະນະລັດຖະບານເນັ້ນໃສ່ຫາລືວິທີການແກ້ໄຂບັນຫາຍືດເຍື້ອ ກ່ຽວກັບໂຄງການກໍ່ສ້າງຖະໜົນທີ່ມີຄຸນນະພາບຕ່ຳ, ມີມູນຄ່າສູງເກີນຕົວຈິງ ແລະ ດຳເນີນການຊັກຊ້າ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ນ້ຳເສຍຈາກໂຄງການທາງລົດໄຟສ້າງມົນລະພິດໃຫ້ແກ່ສະຖານທີ່ທ່ອງທ່ຽວຂອງລາວ

ໂຄງການທາງລົດໄຟລາວ-ຈີນໄດ້ປ່ອຍນ້ຳເສຍຈາກການກໍ່ສ້າງລົງສູ່ແມ່ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ຕາມການລາຍງານຂອງປະຊາຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ສິ່ງແວດລ້ອມຕໍ່ໜ່ວຍຂ່າວ RFA ລາວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

FBsL9
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!