Manufacturing

ການທ່ອງທ່ຽວ

ການດຶງດູດນັກທ່ອງທ່ຽວຈີນໜຶ່ງລ້ານຄົນສາມາດເປັນໄປໄດ້: ຕາມລາຍງານຫຼ້າສຸດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວສາມາດບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວຈີນ ໜຶ່ງລ້ານຄົນໃນປີ 2019, ຕາມບົດລາຍງານ.ຄວາມພະຍາມຍາມໃນການບັນລຸເປົ້າໝາຍອັນສູງສົ່ງນີ້ແມ່ນໄດ້ຮັບການຊຸກຍູ້ຈາກແຜນລາຍການສົ່ງເສີມການທ່ອງທ່ຽວຕ່າງໆຂອງເຈົ້າໜ້າທີ່ຝ່າຍລາວ ແລະ ຈີນ ເນື່ອງໃນໂອກາດປີທ່ອງທ່ຽວລາວ-ຈີນ 2019.ບົດລາຍງານໂດຍໜັງສືພິມວຽງຈັນທາມສ໌ ໄດ້ມີການນຳສະເໜີໃນກອງປະຊຸມປະຈຳເດືອນພຶດສະພາຂອງລັດຖະບານ, ເຊິ່ງຄະນະລັດຖະບານໄດ້ມີການຮັບຮອງເອົາບົດລາຍງານດັ່ງກ່າວ. ນັບແຕ່ຕົ້ນປີນີ້ຈົນເຖິງປະຈຸບັນ ມີນັກທ່ອງທ່ຽວຈາກຈີນເຂົ້າມາທ່ຽວລາວຈຳນວນ 259,205 ຄົນ – ເພີ່ມຂຶ້ນ 16% ທຽບກັບໄລຍະດຽວກັນຂອງປີຜ່ານມາ. ຕົວເລກດັ່ງກ່າວສະແດງທ່າແຮງຄວາມເປັນໄປໄດ້ໃນກັນບັນລຸຍອດນັກທ່ອງທ່ຽວຈາກຈີນໃຫ້ໄດ້ໜຶ່ງລ້ານຄົນສຳລັບໝົດປີ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ແຂວງຄຳມ່ວນຈະມີແຫຼ່ງທ່ອງທ່ຽວໃໝ່ທີ່ໜ້າຕື່ນຕາ

ຄຳມ່ວນ, ລາວ (ວຽງຈັນທາມສ໌/ANN) – ແຫຼ່ງທ່ອງທ່ຽວພູຜ້າມ່ານ ເມືອງຄູນຄຳ ແຂວງຄຳມ່ວນມີແຜນຈັດກິດຈະກຳທ່ອງທ່ຽວແບບຜະຈົນໄພ ເຊິ່ງແຜນດັ່ງກ່າວຈະດຳເນີນໂດຍບໍລິສັດກຣີນ ດິສ໌ຄໍເວີຣີລາວ.ທ່ານ ອິນທິ ເດືອນສະຫວັນ ສະມາຊິກຄະນະອຳນວຍການສະມາຄົມການທ່ອງທ່ຽວ, ເຈົ້າຂອງບໍລິສັດກຣີນ ດິສ໌ຄໍເວີຣີລາວ ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ປະຈຸບັນສະຖານທີ່ທ່ອງທ່ຽວດັ່ງກ່າວໄດ້ມີການຕິດຕັ້ງສິ່ງອຳນວຍຄວາມສະດວກສຳລັບນັກທ່ອງທ່ຽວເຊັ່ນ ຈຸດຊົມວິວ, ຫ້ອງນ້ຳ ແລະ ສູນຂໍ້ມູນຂ່າວສານ.ປະຈຸບັນ ກຣີນ ດິສ໌ຄໍເວີຣີລາວ ມີແຜນຕິດຕັ້ງສາຍສະລິງ, ທາງຍ່າງຊົມພູຜາ, ແລະ ກະກຽມກິດຈະກຳເດີນປ່າໂດຍຜູ້ນຳທາງເພື່ອຊົມສັດປ່າ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ສື່ມວນຊົນໄດ້ຮັບການຊຸກຍູ້ໃຫ້ຫັນທິດໃນການສົ່ງເສີມການທ່ອງທ່ຽວ

ອົງການຈັດຕັ້ງສື່ມວນຊົນໃນລາວ ແລະ ຫວຽດນາມໄດ້ຮັບການຊຸກຍູ້ໃຫ້ຫັນທິດການສົ່ງເສີມການທ່ອງທ່ຽວ ໂດຍການຮ່ວມມືຢ່າງໃກ້ຊິດຕິດແທດໃນການຊຸກຍູກສົ່ງເສີມຜູ້ຊົມໃນການທ່ອງທ່ຽວສອງປະເທດ.ນີ້ແມ່ນຄຳແນະນຳຈາກກອງປະຊຸມ ເຊິ່ງຈັດຂຶ້ນໃນວັນທີ 21-24 ພຶດສະພານີ້ ທີ່ເມືອງຮາລອງ, ແຂວງກວາງນິງ ປະເທດຫວຽດນາມ.ກອງປະຊຸມ ເຊິ່ງມີຊື່ວ່າ “ບົດບາດຂອງສື່ມວນຊົນໃນການພັດທະນຍາການທ່ອງທ່ຽວ” ແມ່ນຈັດຂຶ້ນໂດຍກະຊວງຂໍ້ມູນຂ່າວສານ ແລະ ຄົມມະນາຄົມຫວຽດນາມ ເພື່ອຈຸດປະສົງໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບຄວາມສວຍງາມຂອງທຳມະຊາດ ແລະ ມໍລະດົກທາງວັດທະນະທຳຂອງປະເທດຫວຽດນາມ ແລະ ລາວ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ຫຼວງພະບາງໄດ້ຮັບລາງວັນ 'ເມືອງທ່ອງທ່ຽວທີ່ດີທີ່ສຸດ' ອີກຄັ້ງ

ວຽງຈັນ (ວຽງຈັນທາມສ໌/ANN) – ເມືອງຫຼວງພະບາງ ເມືອງມໍລະດົກໂລກແຫ່ງທຳອິດຂອງລາວ ໄດ້ຮັບການລົງຄະແນນສຽງໃຫ້ເປັນ ເມືອງທ່ອງທ່ຽວທີ່ດີທີ່ສຸດ ຈາກຜູ້ອ່ານວາລະສານການທ່ອງທ່ຽວແວນເດີລັສ໌ ຂອງສະຫະລາດຊະອານາຈັກໃນປີນີ້.ທ່ານ ສຸລິທິບ ໜໍ່ຂຸນພົນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ບອກຜ່ານໜັງສືພີມວຽງຈັນທາມສ໌ວານນີ້ວ່າ ເມືອງພວກເຮົາໄດ້ຮັບລາງວັນໃນປະເພດເມືອງທ່ອງທ່ຽວທີ່ດີທີ່ສຸດໃນໂລກ ໃນການຈັດອັນດັບຂອງວາລະສານການທ່ອງທ່ຽວແວນເດີລັສ໌.ອ່ານຕໍ່ ...

ໂຕະຂ່າວ

ເຜີຍໂສມຖ້ຳທີ່ຄົ້ນພົບໃໝ່ທີ່ວັງວຽງຕໍ່ມະຫາຊົນ

ວຽງຈັນ (ວຽງຈັນທາມສ໌/ANN) – ນັບຕັ້ງແຕ່ມີການຄົ້ນພົບທີ່ເມືອງວັງວຽງ ແຂວງວຽງຈັນ, ຖ້ຳນາງຟ້າໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າມາຢ້ຽມຊົມ ແລະ ປະຈຸບັນກໍໄດ້ເປີດໃຫ້ມະຫາຊົນໄດ້ເຂົ້າຊົມ ໂດຍບໍ່ມີການເກັບຄ່າເຂົ້າຊົມ ແລະ ເປັນທາງເລືອກໃໝ່ສຳລັບນັກທ່ອງທ່ຽວໃນເຂດດັ່ງກ່າວ.ທ່ານ ບຸນມີ ພົມມະວົງສາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານຜ່ານໜັງສືພິມວຽງຈັນທາມສ໌ວ່າ ຖ້ຳດັ່ງກ່າວຫາກໍ່ມີການຄົ້ນພົບ ທີ່ບ້ານຫ້ວຍສະຍາວ. ເຊິ່ງຕັ້ງຢູ່ໃກ້ກັບຖ້ຳໂນນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງບໍລິສັດເອກະຊົນພາຍໃຕ້ຂໍ້ຕົກລົງສຳປະທານ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ລາວຫວັງເພີ່ມຈຳນວນນັກທ່ອງທ່ຽວຈີນໃຫ້ຫຼາຍຂຶ້ນ

(ຂປລ) ລາວຄາດວ່າຈຳນວນນັກທ່ອງທ່ຽວຈາກຈີນຈະເພີ່ມສູງຂຶ້ນໃນປີນີ້. ໃນຂະນະດຽວກັນ ລັດຖະບານຈີນກໍຍັງຢືນຢັນວ່າຈະຮ່ວມມືກັບບັນດາປະເທດເພື່ອສົ່ງເສີມການທ່ອງທ່ຽວໃນອາຊີ.ງານວາງສະແດງວັດທະນະທຳ ແລະ ການທ່ອງທ່ຽວອາຊີ ໄດ້ຈັດຂຶ້ນທີ່ນະຄອນປັກກິ່ງ ປະເທດຈີນ ໃນວັນທີ 16 ພຶດສະພາ. ເຊິ່ງມີຜູ້ຕາງໜ້າຈາກຫຼາຍກວ່າ 47 ປະເທດໃນອາຊີ.ໃນພິທີເປີດງານດັ່ງກ່າວ ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຄຳເຫັນວ່າ ການທ່ອງທ່ຽວແມ່ນໜຶ່ງໃນຂະແໜງເສດຖະກິດທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ວ່ອງໄວໃນຫຼາຍປະເທດໃນອາຊີ ແລະ ທົ່ວໂລກ.ອ່ານຕໍ່ ...

ເກີດຂວັນໃຈ ມະລິຈັນສີ

ເວັບໄຊເປັນພາສາຈີນແນໃສ່ດຶງດູດນັກທ່ອງທ່ຽວຈີນ

ສຳລັບຊາວຈີນທີ່ຄິດຢາກຈະມາທ່ຽວເມືອງລາວຈະໄດ້ຮັບຂໍ້ມູນຂ່າວສານໃໝ່ໆ ແລະ ທັນສະໃໝກ່ຽວກັບລາວໃນໄວໆນີ້ ເນື່ອງຈາກກົມການຕະຫຼາດການທ່ອງທ່ຽວຈະສ້າງພາກສ່ວນເວັບໄຊເປັນພາສາຈີນເພື່ອສະໜອງຂໍ້ມູນຂ່າວສານ.ກົມດັ່ງກ່າວເຊິ່ງຢູ່ພາຍໃຕ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫວັງວ່າພາກສ່ວນເວັບໄຊພາສາຈີນຈະສຳເລັດພາຍໃນເດືອນກໍລະກົດນີ້. ເຊິ່ງນີ້ແມ່ນແນໃສ່ສະໜອງຂໍ້ມູນຂ່າວສານກ່ຽວກັບສະຖານທີ່ທ່ອງທ່ຽວຂອງລາວ ເພື່ອດຶງດູດນັກທ່ຶງທ່ຽວຈາກຕ່າງປະເທດໃຫ້ເຂົ້າມາທ່ຽວລາວຫຼານຂຶ້ນ ໂດຍສະເພາະປະເທດຈີນ.ອ່ານຕໍ່ ...

ວິສິດ ເທບພະລັດ

ທົ່ງໄຫຫີນຈະເປັນມໍລະດົກໂລກແຫ່ງທີ່ສາມຂອງລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ທົ່ງໄຫຫີນ ແຂວງຊຽງຂວາງ ຄາດວ່າຈະດຶດດູດນັກທ່ອງທ່ຽວໄດ້ຫຼາຍຂຶ້ນ ຖ້າວ່າໄດ້ຮັບການຮັບຮອງໃຫ້ເປັນມໍລະດົກໂລກຂອງ UNESCO ຕາມແຜນທີ່ຄະນະກຳມະການ UN ຈະມີການປະຊຸມຫາລື ທີ່ປະເທດອາເຊີບາຍຈັນ ໃນວັນທີ 30 ມິຖຸນາ ເຖິງ 7 ກໍລະກົດນີ້.ລາວໄດ້ດຳເນີນການມາເປັນໄລຍະ 20 ປີ ເພື່ອໃຫ້ທົ່ງໄຫຫີນໄດ້ຮັບການຈັດເຂົ້າໃນບັນຊີມໍລະດົກໂລກ. ເມື່ອໄດ້ຮັບການຮັບຮອງຈາກອົງການ UNESCO ແລ້ວ, ທົ່ງໄຫຈະກາຍເປັນສະຖານທີ່ມໍລະດົກໂລກແຫ່ງທີ່ສາມຂອງລາວ.ອ່ານຕໍ່. ...

ຄອນສະຫວັນ ລາດຊະເພົາ

ແຂວງບໍ່ແກ້ວເພີ່ມສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ້ນ້ຳຕົກຕາດ

ນັກທ່ອງທ່ຽວທີ່ມັກຮັກການຊົມທຳມະຊາດ ບໍ່ຄວນພາດໄປຢ້ຽມຊົມນ້ຳຕົກຕາດບ້ານຫ້ວຍລົມ ເມືອງຕົ້າເຜີ້ງ ແຂວງບໍ່ແກ້ວ ເຊິ່ງໄດ້ມີານສ້າງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວໃໝ່ ເພື່ອດຶງດູດນັກທ່ອງທ່ຽວ.ທ່ານ ສີສະອາດ ກຸມພົນ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຕົ້ນເຜີ້ງ ໄດ້ບອກຜ່ານໜັງສືພິມວຽງຈັນທາມສ໌ວານນີ້ວ່າ ປະຈຸບັນສະຖານທີ່ທ່ອງທ່ຽວນ້ຳຕົກຕາດດັ່ງກ່າວໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວແລ້ວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ການສຶກສາເພື່ອປະເມີນທ່າແຮງດ້ານການທ່ອງທ່ຽວຂອງພູເບ້ຍ

ວຽງຈັນ (ວຽງຈັນທາມສ໌/ANN) – ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊສົມບູນ ແລະ ບໍລິສັດຄຳໄພຊະນະກຣຸບ ໄດ້ເລີ່ມເຮັດບົດວິເຄາະຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວພູເບ້ຍ, ແນໃສ່ສົ່ງເສີມການປົກປັກຮັກສາສິ່ງແວດລ້ອມ ພ້ອມທັງພັດທະນາພື້ນທີ່ແຫຼ່ງທ່ອງທ່ຽວໃນຂະນະດຽວກັນ.ພູເບ້ຍ ແມ່ນຈອມພູທີ່ສູງທີ່ສຸດໃນປະເທດລາວ ມີຄວາມສູງ 2,820 ແມັດ. ພູດັ່ງກ່າວຕັ້ງຢູ່ເມືອງອານຸວົງ ຫ່າງຈາກເທດສະບານແຂວງໄປທາງເໜືອ 30 ກມ. ມີອຸນນະພູມເທິງຈອມພູສະເລ່ຍຕໍ່ປີ ປະມານ -5˚C.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

JbsmM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!